ກອງປະຊຸມໃຫຍ່ຂອງຄະນະພັກພະແນກກະສິກຳຫຼວງນໍ້າທາ

  ກອງປະຊຸມໃຫ່ຍຄັ້ງທີ II ຂອງຄະນະພັກຮາກຖານພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ ຜ່ານມາທີ່ແຂວງດັ່ງກ່າວໂດຍການເປັນປະທານຂອງສະຫາຍ ພິມແກ້ວ ທຳລະສີນ ເລຂາຄະນະພັກຮາກຖານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ເຂົ້າຮ່ວມໂດຍສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການປະຈໍາພັກແຂວງຮອງເຈົ້າແຂວງໆຫຼວງນໍ້າທາ, ມີ 3 ອົງການຈັດຕັ້ງພັກ, ແຂກຖືກເຊີນ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.


 ສະຫາຍ ພິມແກ້ວ ທຳລະສີນ ໄດ້ຜ່ານບົດລາຍງານການເມືອງໃນໄລຍະ 5 ປີ ຜ່ານມາ ແລະວາງທິດທາງແຜນການ 5 ປີຕໍ່ໜ້າຄະນະພັກຮາກຖານພະແນກກະສິກໍາ ແລະປ່າໄມ້ແຂວງຫຼວງນໍ້າທາປະກອບມີຄະນະພັກຮາກຖານ 4 ສະຫາຍ, ມີ 6 ໜ່ວຍພັກທີ່ຂຶ້ນກັບຄື: ໜ່ວຍພັກຫ້ອງການບໍລິຫານ ແລະແຜນການ, ໜ່ວຍພັກຂະ ແໜງປູກຝັງ, ສູນ ແລະຊົນລະປະທານ, ໜ່ວຍພັກຂະແໜງລ້ຽງສັດ ແລະ ສົ່ງເສີມ, ໜ່ວຍພັກຂະແໜງປ່າໄມ້ ແລະ ກອງກວດກາປ່າໄມ້, ໜ່ວຍພັກຫ້ອງການພັດ ທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ, ໜ່ວຍພັກສູນຄົ້ນຄວ້າກະສິກໍາ; ມີສະມາຊິກທັງໝົດ 136 ສະຫາຍ, ຍິງ 40 ສະຫາຍ, ໃນໄລຍະ 5 ປີຜ່ານມາຄະພັກຮາກຖານໄດ້ເອົາໃຈໃສ່ ຊີ້ນຳໆພາພະນັກງານ, ສະມາຊິກພັກໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຈັດຕັ້ງເຊື່ອມຊຶມແນວທາງຂອງພັກ, ລະບຽບກົດໝາຍ ຂອງລັດ, ມະຕິຄໍາສັ່ງຂອງຂັ້ນເທີງ ແຕ່ລະໄລຍະການຜະລິດສະບຽງ ອາຫານນັບມື້ນັບເພີ່ມຂຶ້ນດ້ວຍ ການເຮັດກະເສດສຸມນໍາໃຊ້ແນວ ພັນ, ເຕັກນິກ, ຝຸ່ນ ແລະລະບົບນໍ້າ ທ່ີສອດຄ່ອງກັບແຕ່ລະທ້ອງຖິ່ນ, ປີ 2018 ການຜະລິດເຂົ້າເປືອກສາ ມາດບັນລຸ 51 ພັນກວ່າໂຕນ, ການ ຜະລິດພືດຕ່າງໆກໍ່ມີບາດກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງເຊັ່ນ: ສາລີ ຫວານ 363 ເຮັກຕາ ຜົນຜະລິດໄດ້ 1 ພັນກວ່າໂຕນ, ເຜືອກມັນ 2 ພັນ ກວ່າເຮັກຕາ ຜົນຜະລິດໄດ້ 59 ພັນກວ່າໂຕນ, ໝາກໄມ້ 525 ເຮັກຕາຜົນຜະລິດໄດ້ 1 ພັນກວ່າໂຕນ ແລະພືດຜັກຕ່າງໆ 4 ພັນກວ່າ ເຮັກຕາ ຜົນຜະລິດໄດ້ 81 ພັນກວ່າ ໂຕນ, ມາຮອດປະຈຸບັນທົ່ວແຂວງ ສາມາດສະໜອງຊີ້ນ, ປາ ແລະ ໄຂ່ ໂດຍສະເລ່ຍ 42 ກິໂລຕໍ່ຄົນຕໍ່ປີ, ດ້ານການຜະລິດເປັນສີນຄ້າ ສາ ມາດຂາຍເຂົ້າເປືອກສະເລ່ຍໄດ້ 8000-9500 ໂຕນຕໍ່ປີ, ປຸກພືດ ເປັນສິນຄ້າ: ມັນຕົ້ນດິບ 55 ພັນ ກວ່າໂຕນ, ໜາກອຶ 8 ພັນກວ່າໂຕນ, ອ້ອຍ 2 ແສນກວ່າໂຕນ, ໝາກແຕງ ໂມ 12 ພັນກວ່າໂຕນ, ສາລີແຂງ 7 ພັນກວ່າໂຕນ, ໜາກກ້ວຍຫອມ 51 ພັນກວ່າໂຕນ, ຢາງພາລາປະ ຈຸບັນມີເນື້ອທີ່ທັງໝົດ 36 ພັນກວ່າ ເຮັກຕາ, ມີເນື້ອທີ່ປາດຢາງແລ້ວ 29 ພັນກວ່າເຮັກຕາ ຜົນຜະລິດ ໄດ້ 50 ພັນກວ່າໂຕນ, ມີຟາມລ້ຽງສັດຂະໜາດນ້ອຍ ແລະກາງ 7 ແຫ່ງ: ຟາມລ້ຽງໝູ 4 ແຫ່ງ, ຟາມລ້ຽງໄກ່ 3 ແຫ່ງ; ວຽກງານການຄຸ້ມຄອງປ່າໄມ້ໄດ້ເອົາໃຈໃສ່ຊີ້ນໍາໆພາ ແລະຄຸ້ມຄອງປ່າໄມ້ໄປຕາມແນວທາງນະໂຍບາຍຂອງພັກ ແລະຕາມແຜນ,ຈັນສັນສົ່ງເສີມໃຫ້ມີການປູກ,ຟື້ນຟູ, ອານຸລັກ, ຈັດສັນ ແລະຄຸ້ມຄອງຕາມແຕ່ລະປະເພດປ່າເປັນຕົ້ນແມ່ນການຄຸ້ມຄອງປ່າ, ເຄື່ອງປ່າຂອງດົງ, ການສົ່ງເສີມປູກໄມ້ ແລະໄມ້ອຸດສາຫະກຳ, ວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກທົ່ວແຂວງຫຼວງນໍ້າທາມີຈໍານວນບ້ານທຸກຍາກຫຼຸດລົງ 26 ບ້ານ, ຈາກ 105 ບ້ານ, ຍັງເຫຼືອ 79 ບ້ານ, ຄອບຄົວທຸກຍາກຫຼຸດລົງ 351 ຄອບຄົວ, ຈາກ 3.067 ຄອບຄົວ, ຍັງເຫຼືອ 2.716 ຄອບຄົວ.
   ທິດທາງແຜນການ 5 ປີຕໍ່ໜ້າ (2019 ຫາ 2023) ສືບຕໍ່ຊີ້ນໍາໆ ພາທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ສູ້ຊົນຜະລິດສະບຽງອາຫານເພີ່ມຂຶ້ນ 3,4% ຕໍ່ປີ, ຜະລິດເຂົ້າເປືອກໃຫ້ໄດ້ 70 ພັນກວ່າໂຕນ, ສະໜອງຊີ້ນ, ປາ ແລະໄຂ່ສະເລ່ຍ 45 ຫາ 50 ກິໂລຕໍ່ຄົນຕໍ່ປີ ແລະພືດຜັກໃຫ້ໄດ້ 100 ກິໂລຕໍ່ຄົນ ຕໍ່ປີ, ຜະລິດເຂົ້້າເປືອກເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ປະມານ 9.000-10.000 ໂຕນ.


  ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ຊຶ່ງມີຜູ້ສະໝັກ 8 ສະຫາຍ, ປ່ອນເອົາ 5 ສະຫາຍກອງປະຊຸມໄດ້ເປັນເອກະພາບປ່ອນເອົາ ສະຫາຍພິມແກ້ວ ທຳລະສິນ ເປັນເລ ຂາຄະນະພັກຮາກຖານຊຸດໃໝ່, ສະຫາຍ ສາຍຄໍາ ສົມຫວັງ ເປັນຮອງເລຂາຄະນະພັກຮາກຖານທັງເປັນປະທານກວດກາ, ພ້ອມດ້ວຍ ຄະນະອີກ 3 ສະຫາຍ,ເພື່ອຊີ້ນໍາໆ ພາວຽກງານໃນຕໍ່ໜ້າຈາກນັ້ນກອງປະຊຸມກໍໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນສໍາຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຕື່ມອີກ.

___________

  ຂຽນໂດຍ: ອຸ້ມ

  ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ