ເຈົ້າແມ່ເລດີ້ ກາກາ ຮ່ວມງານເພງກັບວົງແບັກພິ້ງ

   ຂະໜາດເປັນນັກຮ້ອງສາວທີ່ດັງລະດັບໂລກຄື ເລດີ້ ກາກາ (Lady GaGa) ກໍຍັງອົດທີ່ຈະຕື່ນເຕັ້ນບໍ່ໄດ້ກັບການໄດ້ຮ່ວມງານ ກັບ 4 ສາວແບັກພ້ິງ   ( BLACK PINK) ໃນເພງ Sour Candy ໃນອາລະບໍ້າໃໝ່ Chromatica.

   ສຳລັບກ່ອນໜ້ານີ້ມີຂ່າວອອກ ມາວ່າ: Lady Gaga ແລະ BLACKPINK ຈະເຮັດເພງໃໝ່ຮ່ວມກັນສາວໆ BLACKPINK ເຈົ້າໂຕໄດ້ອອກມາເວົ້າກັບເລື່ອງ ນີ້ວ່າ: ເຮົາຟັງເພງຂອງກັນ ແລະ ກັນ ແລະເປັນແຟນຄລັບຂອງກັນ ແລະກັນເຮົາກໍໄດ້ມາເຮັດວຽກຮ່ວມກັນໃນຄັ້ງນີ້, ທາງດ້ານ Lady GaGa ກໍອອກມາເຜີຍເຖິງຄວາມຮູ້ສຶກທີ່ໄດ້ເຮັດວຽກຮ່ວມກັບ BLACKPINK ຜ່ານ TVGroove ສື່ຂອງຍີ່ປຸ່ນວ່າ: “  ຂ້ອຍເປັນຄົນຕິດຕໍ່ໄປຫາ BLACKPINK ກ່ອນເອງເລີຍວ່າສົນໃຈຈະເຮັດເພງນຳກັນບໍ່? ແລະບັນດາສາວໆ BLACK PINKກໍດີໃຈຫຼາຍ ແລະຢາກຮ່ວມງານເປັນທີ່ສຸດ! ເຮົາກໍເລີຍ ຕົກລົງຈະເຮັດເພງນຳກັນ ເລດີ້ກາກາຢາກສະໜັບສະໜຸນສິລະປິນຍິງ ຊຶ່ງບັນດາສາວໆ ກໍຄິດແບບດຽວກັນ, ຂ້ອຍຕື່ນເຕັ້ນຫຼາຍທີ່ໄດ້ຍິນເພງນີ້ຖືກນຳໄປຖ່າຍທອດເປັນພາສາ ສ.ເກົາຫຼີຂ້ອຍບອກກັບເຫຼົ່າສາວໆໄປວ່າໃນສ່ວນເນື້ອເພງຂອງພວກເຂົາມີຄວາມຄິດສ້າງສັນ ແລະມ່ວນຫຼາຍ ! ແລະ BLACKPINK ເປັນວົງທີ່ເຕັມໄປດ້ວຍຍິງສາວທີ່ມີທັງຄວາມງາມ ແລະພອນສະຫວັນຈາກການຮ່ວມງານກັນໃນຄັ້ງນີ້ຂ້ອຍຮູ້ສຶກພູມໃຈຫຼາຍປຽບສະເໝືອນເປັນສະມາຊິກຂອງຄົນທີ 5 ຂອງ BLACK PINK ເລີຍແຫຼະ!.

  ພ້ອມທັງຜົນງານເພງ Sour  Candy ກໍບໍ່ເຮັດໃຫ້ແຟນເພງຜິດຫວັງ, ຫາກໍປ່ອຍອອກມາບໍ່ພໍເທົ່າໃດຍອດວິວກໍພຸ່ງສູງຂຶ້ນແລ້ວ! ຄາດວ່າອີກບໍ່ດົນເພງນີ້ຕ້ອງເປັນເພງດັງມາແຮງໃນຕອນນີ້ຢ່າງແນ່ນອນ.

-----

ຮຽບຮຽງໂດຍ: ແກ້ວ