ໃບຂີ້ຫູດ ຊ່ວຍກຳຈັດແມງມອດອອກຈາກເຂົ້າສານໄດ້

  ເຊື່ອວ່າເກືອບທຸກຄົວເຮືອນທີ່ພົບກັບບັນຫາແມງມອດທີ່ຢູ່ໃນຖັງເຂົ້າສານ ຫຼືຢູ່ໃນເປົາເຂົ້າສານກວ່າຈະໄດ້ມ່າເຂົ້າແຕ່ລະຄັ້ງຕ້ອງໄດ້ມານັ່ງເກັບແມງມອດອອກຈາກເຂົ້າຊຶ່ງມັນໄດ້ສ້າງຄວາມລຳຄານໃຈໃຫ້ບໍ່ຫຼາຍກໍ່ໜ້ອຍມື້ນີ້ໃນຄໍລໍາສາລະໜ້າຮູ້ພວກເຮົາເລີຍແນະນໍາເຄັດລັບການກໍາຈັດແມງມອດແບບງ່າຍໆມາຝາກ.

ວິທີນໍາໃຊ້: ພຽງນຳໃບຂີ້ຫູດໄປໃສ່ໄວ້ໃນຖັງເຂົ້າ ຫຼືເປົາເຂົ້າສານຫຼັງຈາກນັ້ນບໍ່ດົນແມງມອດກໍຈະຕາຍ ແລະຈະບໍ່ມີແມງມອດຕົວໃໝ່ເຂົ້າມາຢູ່ອີກຕໍ່ໄປເມື່ອໃບຂີ້ຫູດແຫ້ງຈົນບໍ່ມີກິ່ນແລ້ວເຮົາຈຶ່ງປ່ຽນເອົາອັນໃໝ່ມາໃສ່ພຽງເທົ່ານີ້ກໍຈະເຮັດໃຫ້ຖັງເຂົ້າສານເຮົາປາສະຈາກມອດໄດ້ແລ້ວ.

____________

ຮຽບຮຽງໂດຍ: ຟ້າ