ອາຊຽນເພີ່ມທະວີການຮ່ວມມືດ້ານເສດຖະກິດ

 ທ້າຍອາທິດທີ່ຜ່ານມາອາຊຽນຈັດກອງປະຊຸມທາງໄກປຶກສາຫາລືຄວາມຮ່ວມມືໃນການແກ້ໄຂບັນຫາເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍງານວ່າລັດຖະມົນຕີດ້ານເສດຖະກິດຂອງປະເທດສະມາຊິກອາຊຽນຮ່ວມປະຊຸມທາງໄກຜ່ານລະບົບວີດີ ຄອນເຟີເຣນ ເພື່ອປຶກສາຫາລືຄວາມຮ່ວມມືໃນການແກ້ໄຂບັນຫາເສດຖະກິດຊຶ່ງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄ ວິດ-19, ໂດຍທ່ານ ເຈິ່ນ ຕັວກແອງ ລັດຖະມົນຕີອຸດສາຫະກຳການຄ້າຂອງ ສສ ຫວຽດນາມ ກ່າວວ່າກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອຟື້ນຟູສະຖຽນລະພາບດ້ານເສດຖະກິດຂອງແຕ່ລະປະເທດ ແລະສົ່ງເສີມການເຕີບໂຕແບບຍືນຍົງ ນອກຈາກນີ້ ຍັງເປັນເວທີສຳຫຼັບຂະແໜງທຸລະກິດໃນການຫາລືແຜນການທີ່ມີປະສິດທິພາບລວມທັງແນວທາງທີ່ເປັນຮູບປະທຳໃນການເອົາຊະນະບັນຫາທ້າທາຍທີ່ເປັນຜົນກະທົບຈາກການ ແຜ່ລະບາດຂອງພະຍາດໂຄວິດ-19.

 ທ່ານ ເຈິ່ນຕັວນແອງ ເນັ້ນໜັກວ່າ: “ພວກເຮົາສາມາດຈຳກັດໄດ້, ສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດກໍ່ຄືມີການໜູນຊ່ວຍຢ່າງທັນການເພື່ອຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ຈາກໂຄວິດ-19 ທີ່ມີຕໍ່ຊີວິດ, ເສດຖະກິດ-ສັງຄົມ, ແມ່ນບັນດາໝາກຜົນເປັນໜ້າຊື່ນຊົມ. ໝາກຜົນດັ່ງກ່າວເຮັດໃຫ້ພວກເຮົາໝັ້ນໃຈກວ່າເພື່ອໃຫ້ພວກເຮົາຜ່ານຜ່າໂລກລະບາດທີ່ຮຸນແຮງດັ່ງກ່າວ.

____________

ໜັງສືພິມເສດຸະກິດ-ສັງຄົມ