ຈີ7 ຈະຫຼຸດຜ່ອນໜີ້ໃຫ້ປະເທດທຸກຍາກ

  ກອງປະຊຸມລັດຖະມົນຕີວ່າການກະຊວງການເງິນຈາກກຸ່ມປະເທດຈີ7 ຊຶ່ງປະຊຸມຜ່ານອອນລາຍຕົກລົງທີ່ຈະຫຼຸດຜ່ອນໜີ້ໃຫ້ກັບປະເທດທີ່ທຸກຍາກທີ່ສຸດໃນໂລກ ແລະ ມີຄວາມຂາດແຄນໃນດ້ານການແພດເພື່ອໃຫ້ປະເທດເຫຼົ່ານັ້ນຈະໄດ້ສາມາດຮັບມືກັບການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ ດີຍິ່ງຂຶ້ນ.

 ຕາມຂ່າວຕ່າງປະເທດລາຍ ງານວ່າ ຖະແຫຼງການຫຼັງກອງປະຊຸມໄດ້ເນັ້ນເຖິງຄວາມມຸ່ງໝັ້ນຂອງກຸ່ມຈີ7 ໃນການຫຼຸດຜ່ອນໜີ້ໃຫ້ກັບປະເທດທີ່ທຸກຍາກທີ່ສຸດໃນໂລກຈົນເຖິງທ້າຍປີນີ້ ແລະອາດດົນກວ່ານັ້ນດັ່ງທີ່ກຸ່ມປະເທດເສດຖະກິດຊັ້ນນໍາ 20 ປະເທດ (ຈີ 20) ໄດ້ລິເລີ່ມໄວ້ ໂດຍຖະແຫຼງການໄດ້ຮຽກຮ້ອງໃຫ້ກອງທຶນການເງິນສາກົນ (ໄອເອັມເອຟ) ແລະທະນາຄານໂລກປະເມີນໜີ້ສິນຂອງປະເທດເຫຼົ່ານັ້ນເພື່ອນໍາໄປສູ່ການພັດທະນາທີ່ຍືນຍົງ.

 ປະມານເຄິ່ງໜຶ່ງຂອງປະເທດທີ່ມີລາຍໄດ້ໜ້ອຍຫຼາຍກວ່າ 70 ປະເທດໄດ້ຮຽກຮ້ອງຂໍໃຫ້ມີການຫຼຸດຜ່ອນໜີ້ຂະນະທີ່ລັດຖະມົນຕີວ່າການກະຊວງການເງີນຂອງຍີ່ປຸ່ນ ຊຶ່ງໄດ້ເຂົ້າຮ່ວມກອງປະຊຸມນໍາໄດ້ສະແດງຄວາມຫວັງວ່າຈະດຳເນີນການຫຼຸດຜ່ອນໜີ້ໃຫ້ກັບປະເທດເຫຼົ່ານັ້ນໄດ້ທັນທີ.

-------

ໜັງສືພິມເສດຸະກິດ-ສັງຄົມ