ອຸດົມໄຊ ສະຫຼຸບວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນ 6 ເດືອນຕົ້ນປີ

  ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນຂອງພາກເອກະຊົນຢູ່ແຂວງອຸດົມໄຊ ປະຈຳ 6 ເດືອນຕົ້ນປີ ແລະທິດ ທາງແຜນການ 6 ເດືອນ ທ້າຍປີ 2020 ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2020 ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ທັງເປັນປະທານຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນແຂວງ,ມີທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ,  ີບັນດາພະແນກການ, ເຈົ້າເມືອງ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງອຸດົມໄຊລາຍງານຕໍ່ກອງປະຊຸມວ່າຜ່ານການຈັດຕັ້ງປະຕິບັດແຜນການດຶງດູດການລົງທຶນໃນໄລຍະ 6 ເດືອນຜ່ານມາສາມາດດຶງດູດການລົງທຶນໄດ້ທັງໝົດ 7 ໂຄງການລວມມູນຄ່າການລົງທຶນທັງໝົດ 91 ຕື້ກວ່າກີບ ໃນນັ້ນຂະແໜງກະສິກໍາ ແລະປ່າໄມ້ 2 ໂຄງການມູນຄ່າການລົງທຶນ20 ຕື້ກວ່າກີບ, ອຸດສາຫະກຳ ແລະຫັດຖະກຳ 1 ໂຄງການມູນຄ່າ 31 ຕື້ກວ່າກີບ, ຂະແໜງພະລັງງານ ແລະບໍ່ແຮ່ມີ 3 ໂຄງ ການມູນຄ່າການລົງທຶນ 19 ຕື້ກວ່າກີບ ແລະ ການບໍລິການ 1 ໂຄງການມີມູນຄ່າການລົງທຶນ 19 ື້ກວ່າກີບ ແລະ ປະຈຸບັນນີ້ແມ່ນໄດ້ມີການຄົ້ນຄວ້າ, ດັດແກ້ການ ເພີ່ມທຶນໃນຈຳນວນ 5 ໂຄງການ.

  ນອກນັ້ນຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຳຫຼວດ ແລະສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການລົງທຶນຈຳນວນ 3 ໂຄງການ ໂດຍສະເພາະແມ່ນໂຄງການພັດທະນາຕົວເມືອງໃໝ່ຈຳນວນ 2 ໂຄງການ ແລະໂຄງການທຶນດ້ານກະສິກໍາ, ການທ່ອງທ່ຽວ ແລະສົ່ງເສີມປູກພືດ-ລ້ຽງສັດເປັນສິນຄ້າ 1 ໂຄງການ, ທັງ ໝົດນີ້ຍັງຢູ່ໃນຂັ້ນຕອນກະກຽມສຳຫຼວດ ແລະເກັບກຳຂໍ້ມູນເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການ.

  ສ່ວນວຽກງານອື່ນໆເປັນຕົ້ນແມ່ນການປັບປຸງກົນໄກການບໍລິການໆລົງທຶນປະຕູດຽວ, ການຕິດຕາມ, ກວດກາ ແລະຄຸ້ມຄອງການລົງທຶນກໍໄດ້ມີການເຄື່ອນໄຫວຢ່າງເປັນປົກກະຕິແນໃສ່ເຮັດໃຫ້ໂຄງການລົງທຶນຢູ່ພາຍໃນແຂວງອຸດົມໄຊ ມີປະສິດທິພາບ, ໄປຕາມລະບຽບ, ຫຼັກການ ແລະໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

  ໂອກາດດັ່ງກ່າວຜູ້ເຂົ້າຮ່ວມກອງປະຊຸມໄດ້ພັດປ່ຽນກັນປະກອບຄຳເຫັນໃສ່ບາງບັນຫາທີ່ເຫັນວ່າຍັງເປັນຈຸດອ່ອນຂໍ້ຄົງຄ້າງ ແລະຈັດຕັ້ງປະຕິບັດຍັງບໍ່ທັນໄດ້ດີເພື່ອພ້ອມກັນຊອກຫາຊ່ອງທາງແກ້ໄຂໃນຕໍ່ໜ້າ, ພ້ອມນັ້ນກໍໄດ້ມີການຄົ້ນຄວ້າ, ປຶກສາຫາລືຄຳຮ້ອງຂໍລົງທຶນໃໝ່ຈຳນວນ 2 ໂຄງ ການພ້ອມທັງຈັດພິທີເຊັນສັນຍາການລົງທຶນຂອງພາກເອກະຊົນລະຫວ່າງພະແນກແຜນການກັບຜູ້ລົງທຶນ ແລະຂະແໜງການກ່ຽວຂ້ອງຈຳນວນ 5 ໂຄງການຄືສັນຍາສຳປະທານໂຮງງານຄົບຫີນໄຊຈະ ເລີນຊັບຈຳກັດຢູ່ບ້ານກິ່ວຫຼັກ ຄຳເມືອງງາ ແລະບ້ານນໍ້າວຶນໃຕ້ ເມືອງນາໝໍ້, ສັນຍາສຳປະທານ ໂຮງງານຄົບຫີນ ນາງ ໄນ ວັນນະເລີດ ບ້ານດອນສະອາດ ເມືອງປາກແບງ,ສັນຍາຕໍ່ອາຍຸການລົງ ທຶນບໍລິການສະຖານີລົດຂົນສົ່ງໂດຍສານ ພັນມີໄຊ ບ້ານນາເລົ່າ ເມືອງໄຊ ແລະສັນຍາການລົງທຶນສ້າງຕັ້ງໂຮງງານຜະລິດທໍ່ນໍ້າຢູ່ບ້ານກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ ຂອງບໍລິສັດຊ່ວງໄຊຂາເຂົ້າ-ຂາອອກຈຳກັດຜູ້ດຽວ.

_____________

ຂຽນໂດຍ: ຄານມະນີ ຮຽນດໍຈັນ   

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ