ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກ ຍທຂ ໄຊຍະບູລີ

  ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງໄຊຍະບູລີຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ ຜ່ານມາຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວໂດຍການເປັນປະທານຂອງ ສະຫາຍ ຄໍາເພັດ ພົມມະລາດ ເລຂາຄະນະພັກຮາກຖານຫົວໜ້າພະແນກ ຍທຂ ແຂວງ, ມີຫົວໜ້າຄະນະຈັດຕັ້ງແຂວງ, ເລຂາໜ່ວຍພັກ, ສະມາຊິກພັກສົມບູນ, ສໍາຮອງເຂົ້າຮ່ວມ.

 ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກຮາກຖານ, ບົດສໍາຫຼວດການນໍາລວມຂອງຄະນະພັກຊຸດເກົ່າທັງເປັນເອກະພາບກັນປະກອບຄໍາເຫັນຕີລາຄ່າດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາໆພາ ແລະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ 5 ປີຜ່ານມາສາມາດຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 33 ສະຫາຍເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນໄດ້ 27 ສະຫາຍ ໄດ້ສົ່ງພະນັກງານໄປຍົກລະດັບທາງດ້ານທິດສະດີການເມືອງ 29 ສະຫາຍ ຊຶ່ງເຮັດໃຫ້ສະມາຊິກພັກເຕີບໃຫຍ່ທາງດ້ານຈໍານວນແລະຄຸນນະພາບມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະມີແບບແຜນການນໍາພາທີ່ດີສະມາຊິກພັກສ່ວນໃຫຍ່ກາຍເປັນສະມາຊິກພັກດີເດັ່ນ, ເຂັ້ມແຂງກວມ 95% ຂອງຈໍານວນສະມາຊິກພັກທັງໝົດ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນກວມ 100%.

  ຄຽງຄູ່ກັນນີ້ຄະນະພັກໄດ້ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກຫັນມາເປັນວິໄສທັດແຜນຍຸດທະສາດ ແລະແຜນພັດທະນາວຽກງານໂຍທາທິການ ແລະ ຂົນສົ່ງໃນຂອບເຂດທົ່ວແຂວງ, ເປັນຕົ້ນສ້າງແຜນພັດທະນາເສັ້ນທາງຄົມມະນາຄົມເຊື່ອມຕໍ່ທັງພາຍໃນ ແລະພາກພື້ນ ເພື່ອດຶງດູດການຄ້າການລົງທຶນ ແລະການທ່ອງ ທ່ຽວຕິດພັນກັບການປັບປຸງເສັ້ນທາງໄປສູ່ຊົນນະບົດຫ່າງໄກສອກຫຼີກເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໃນ 5 ປີ ຜ່ານມາສາມາດປະຕິບັດໂຄງ ການລົງທຶນຂອງລັດ (ໂຄງການລົງທຶນພາຍໃນ ແລະຕ່າງປະເທດ) ໄດ້ທັງໝົດ 228 ໂຄງການມູນຄ່າຫຼາຍກວ່າ2.800 ຕື້ກີບ, ຍົກລະດັບກໍ່ສ້າງທາງປູຢາງສອງຊັ້ນ ແລະຢາງຂົ້ວໄດ້ 1.153 ກິໂລແມັດ ເພີ່ມຂຶ້ນ 9,7%.

  ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາຄາດໝາຍສູ້ຊົນຄື: ກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງດ້ານດານຈັດຕັ້ງ ແລະປອດໃສດ້ານແບບແຜນການນໍາພາ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງດ້ວຍຄວມາຮັບຜິດຊອບຮັບປະກັນທາງດ້ານຄຸນນະພາບຂອງວຽກງານ, ຕັ້ງໜ້າຮັກສາມູນເຊື້ອໜ່ວຍພັກປອດໃສ,ເຂັ້ມແຂງ ແລະໜັກແໜ້ນໄວ້ໃຫ້ໝັ້ນຄົງ 100% ສູ້ຊົນສ້າງສະມາຊິກພັກແຂງໃຫ້ໄດ້ຫຼາຍກວ່າ 98% ຂຶ້ນໄປສູ້ຊົນ ປະຕິບັດ 5 ມາດຖານການນໍາພາຂອງໜ່ວຍພັກປອດໃສ,ເຂັ້ມແຂງ ແລະໜັກແໜ້ນໃຫ້ມີຄະແນນລວມ 9,5 ຂຶ້ນໄປຮັກສາສະຖານະພາບຂະແໜງການແຂງ 100%ອົງການຈັດຈັ້ງມະຫານຊົນ 100%.

  ກອງປະຊຸມຍັງໄດ້ເປັນເອກະສັນປະຊາມະຕິປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ຊຶ່ງມີຜູ້ສະໝັກ 11 ສະຫາຍ ຍິງ 1 ສະຫາຍ ເລືອກເອົາ 9 ສະຫາຍ ກອງປະ ຊຸມຄັ້ງປະຖົມມະລຶກເຫັນດີເລືອກເອົາສະຫາຍ ຄໍາເພັດ ພົມມະລາດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ບຸນມາ ບຸນຊູຮັກ ເປັນຮອງເລຂາຄະນະພັກຮາກຖານທັງເປັນປະທານກວດກາຄະນະພັກຮາກຖານ, ພ້ອມເລືອກເອົາຄະນະພັກຮາກຖານຕື່ມອີກ 7 ສະຫາຍ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ອົງ ຄະນະພັກແຂວງໄຊຍະບູລີ, ມີຜູ້ສະໝັກ 8 ສະຫາຍ ຍິງ 1 ສະຫາຍ ເລືອກເອົາ 5 ສະຫາຍ ແລະສໍາ ຮອງ 1 ສະຫາຍ.

________________

ຂຽນໂດຍ: ບຸນທີ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ