ຫວຽດນາມຮັບຮອງເອຟທີເອກັບອີຢູ

 ສະພາແຫ່ງຊາດຂອງສສ ຫວຽດນາມຮັບຮອງເອົາຂໍ້ຕົກລົງການຄ້າເສລີກັບສະຫະພາບເອີຣົບ(ເອຟທີເອ)ເປັນປະເທດທີ່ 2 ໃນອາຊີຕາເວັນອອກສຽງໃຕ້ ຊຶ່ງມີຄວາມຮ່ວມມືການຄ້າລະດັບພາຄີກັບອີຢູ.

   ຕາມຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມິຖຸນາຜ່ານມາວ່າສະພາແຫ່ງຊາດຂອງຫວຽດນາມມີມະຕິດ້ວຍສຽງສ່ວນຫຼາຍຄິດເປັນອັດຕາສ່ວນ 94,6% ຮັບຮອງເອົາຂໍ້ຕົກລົງການຄ້າເສລີກັບສະຫະພາບເອີຣົບ(ອີຢູ)ຊຶ່ງມີຊື່ຢ່າງເປັນທາງການວ່າຂໍ້ຕົກລົງການຄ້າເສລີສະຫະພາບເອີຣົບຫວຽດນາມ(ອີວີເອຟທີເອ)ຄາດວ່າຈະມີຜົນບັງຄັບໃຊ້ຢ່າງເປັນທາງການນັບຕັ້ງແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ ຫຼັງຈາກມີການລົງນາມໃນເດືອນມິຖຸູນາປີ 2019, ທັງນີ້ສະຫະພາບເອີຣົບຮັບຮອງຂໍ້ຕົກລົງອີວີເອຟທີເອໃນເດືອນກຸມພາທີ່ຜ່ານມາຖືເປັນປະເທດທີ່ສອງໃນພາກພື້ນອາຊຽນ ຊຶ່ງອີຢູມີຄວາມຮ່ວມມືທາງການຄ້າລະດັບທະວີພາຄີຕໍ່ສິງກະໂປຂະນະທີ່ທະນາຄານໂລກຄາດວ່າ ອີວີເອຟທີເອຈະກະຕຸ້ນຕົວເລກຜະລິດຕະພັນພາຍໃນ(ຈີດີພີ) ແລະການສົ່ງອອກຂອງຫວຽດນາມຂະຫຍາຍຕົວ 2,4% ແລະ 12% ຕາມລໍາດັບພາຍໃນປີ 2030 ຊ່ວຍໃຫ້ປະຊາຊົນມີຄຸນນະພາບຊີວິດທີ່ດີຂຶ້ນຫຼາຍແສນຄົນພົ້ນອອກຈາກຄວາມທຸກຍາກ.ຂະນະດຽວກັນຂໍ້ຕົກລົງການຄ້າດັ່ງກ່າວຍັງຈະໃຫ້ປະໂຫຍດກັບຫວຽດນາມໃນການຂະຫຍາຍຕະຫຼາດທີ່ກ່ຽວກັບໄປສະນີ, ການຊື້ສິນຄ້າ, ທະນາຄານ ແລະຕະຫຼາດຈັດຊື້ສາທາລະນະໃຫ້ສອດຄ່ອງກັບມາດຕະຖານຂອງອີຢູ ໂດຍກຳແພງສີຂອງທັງສອງຝ່າຍຈະຫຼຸດລົງເຖິງ 99% ຕະຫຼອດໄລຍະເວາ 10 ປີນັບຈາກນີ້

 ປະຈຸບັນຫວຽດນາມເປັນປະເທດຄູ່ຄ້າໃນອາຊີຕາເວັນອອກສຽງໃຕ້ໃຫຍ່ອັນດັບ 2 ຂອງອີຢູດ້ວຍມູນຄ່າການຄ້າ 56 ຕື້ໂດລາສະຫະລັດໃນປີທີ່ຜ່ານມາ ສ່ວນມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດໃນຫວຽດນາມໃນປີທີ່ຜ່ານມາມີມູນຄ່າ 38 ຕື້ໂດລາ ເປັນສະຖິຕິສູງສຸດໃນຮອບ 10 ປີ.

ໜັງສືພິມເສດຖະກິດ-ສັງຄົມ