ຣັດເຊຍພັດທະນາວັກແຊງໂດຍບໍ່ຕ້ອງສັກ

  ຣັດເຊຍ ພວມພັດທະນາວັກແຊງ9 ຊະນິດທີ່ແຕກຕ່າງກັນທີ່ມີຄວາມອາດສາມາດປ້ອງກັນຮ່າງກາຍຂອງຄົນເຮົາປາສະຈາການຕິດເຊື້ອໄວຣັດໂຄວິດ-19.

ຕາມຂ່າວສານຫວຽດນາມລາຍງານວ່າ ບັນດານັກວິທະຍາສາດ ຢູ່ສະຖາບັນແພດສາດທົດລອງຢູ່ນະຄອນ St. Petersburg, ປະເທດຣັດເຊຍ ພວມພັດທະນາວັກແຊງຊະນິດໜຶ່ງເພື່ອກັນເຊື້ອໄວຣັດໂຄວິດ-19 ທີ່ສາມາດນໍາເຂົ້າຮ່່າງກາຍດ້ວຍການສີດອາຍເຂົ້າທາງປາກ ຫຼື ການຢອດນໍ້າຢາ.ໄລ່ມາຮອດປະຈຸບັນ, ບັນດາການທົດລອງວັກແຊງຊະນິດໃນເບື້ອງຕົ້ນນີ້ພວມໄດ້ຮັບການດໍາເນີນ.ປະຈຸບັນ, ຣັດເຊຍ ພວມພັດທະນາວັກແຊງ9 ຊະນິດທີ່ແຕກຕ່າງກັນທີ່ມີຄວາມອາດສາມາດປ້ອງກັນຮ່າງກາຍຂອງຄົນເຮົາປາສະຈາການຕິດເຊື້ອໄວຣັດໂຄວິດ-19ໄດ້.

  ກ່ອນໜ້ານັ້ນ,ບັນດານັກວິທະຍາສາດຂອງສູນຄົ້ນຄວ້າແຫ່ງຊາດກ່ຽວກັບໄວຣັດ ແລະ ເຕັກໂນໂລຊີຊີວະສາດ “Vector” ກໍໄດ້ພັດທະນາວັກແຊງປ້ອງກັນການຕິດໂຄວິດ-19 ຊະນິດໜຶ່ງຊຶ່ງສາມາດນໍາເຂົ້າຮ່າງກາຍດ້ວຍການຢອດໃສ່ທາງດັງ ແລະ ວັກແຊງຊະນິດນີ້ໄດ້ດໍາເນີນການທົດລອງໃນເບື້ອງຕົ້ນຢ່າງສໍາເລັດຜົນແລ້ວ.

--------

ໜັງສືພິມເສດຖະກິດ-ສັງຄົມ