ຍອດເງິນຝາກຊາວຕ່າງປະເທດໃນສິງກະໂປເພີ່ມຂຶ້ນ

    ທະນາຄານກາງສິງກະໂປລະບຸວ່າ ຍອດເງີນຝາກຊາວຕ່າງປະເທດໃນສິງກະໂປເພີ່ມຂຶ້ນສົ່ງສັນຍານນັກລົງທຶນທົ່ວໂລກຫຼີກລຽງຄວາມສ່ຽງ. ຕາມຂ່າວຕ່າງປະເທດລາຍງານວ່າ ຂໍ້ມູນຈາກທະນາຄານກາງສິງກະໂປ(ເອັມເອເອສ) ເມື່ອບໍ່​ດົນ​ມາ​ນີ້ພົບວ່າ:ຍອດຕົວເລກເງິນຝາກສະກຸນເງິນຕ່າງປະເທດໃນລະບົບທະນາຄານຂອງສິງກະໂປປະຈຳເດືອນເມສາເພີ່ມຂຶ້ນສູ່ລະດັບຈຸດສູງສຸດເປັນປະຫວັດສາດ ຊຶ່ງກໍລະນີດັ່ງກ່າວເກີດຈາກການຫຼີກລ້ຽງຄວາມສ່ຽງຂອງນັກລົງທຶນທົ່ວໂລກ, ລວມເຖິງການຍ້າຍເງິນອອກຈາກ​ເຂດ​ປົກຄອງ​ພິ​ເສດຮົງກົງຂອງຈີນເຂົ້າສູ່ສິງກະໂປ ເນື່ອງຈາກຄວາມ​ເຄັ່ງຕຶງທາງການເມືອງ. ໂດຍທາງທະນາຄານສິງກະໂປ ເປີດເຜີຍວ່າ:ຍອດເງິນຝາກ ສະກຸນເງິນ ຕ່າງປະເທດໃນລະບົບທະນາຄານຂອງ ສິງກະໂປ ປະຈຳເດືອນເມສາ ເພີ່ມຂຶ້ນສູ່ລະດັບ 27 ຕື້ໂດລາສະຫະລັດ ເພີ່ມຂຶ້ນປະມານ 4 ເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ,ຂະນະທີ່ ຍອດເງິນຝາກຂອງຜູ້ທີ່ບໍ່ມີທີ່ຢູ່ອາໄສ ໃນປະເທດເພີ່ມຂຶ້ນສູ່ລະດັບ 62 ຕື້ໂດລາ, ຊຶ່ງເພີ່ມຂຶ້ນເຖິງ 44% ທຽບກັບປີ ຜ່ານມາ ແລະ ຍັງເປັນລະດັບສູງທີ່ສຸດນັບແຕ່ປີ 1991.

 ການເພີ່ມຂຶ້ນຂອງເງິນຝາກຊາວຕ່າງປະເທດເກີດຈາກການຫຼຸດຂະໜາດຂອງການຖືຊັບສິນທາງການເງິນຂອງນັກລົງທຶນລາຍໃຫຍ່ທົ່ວໂລກເຊັ່ນກອງທຶນ ລວມເຖິງໄພຣເວແບງ, ໂດຍກຸ່ມດັ່ງກ່າວ ຈຶ່ງນຳເງິນສົດມາຝາກຍັງທະນາຄານຂອງສິງກະໂປ ຊຶ່ງເປັນສູນກາງທາງການເງິນ ທີ່ສາມາດດຶງດູດເງິນຂອງນັກລົງທຶນດັ່ງກ່າວ.

--------

ໜັງສືພິພິມເສດຖະກິດ-ສັງຄົມ