ຄົ້ນພົບອາກາດຄຸນນະພາບດີທີ່ສຸດໃນໂລກ

  ນັກວິທະຍາສາດຄົ້ນພົບອາກາດບໍ່ມີຂີ້ຝຸ່ນ ບໍລິເວນມະຫາສະໝຸດໃຕ້ນັບເປັນອາກາດຄຸນນະພາບດີທີ່ສຸດໃນໂລກ ປະສະຈາກມົນລະພິດເຈືອປົນ. ຕາມຂ່າວຕ່າງປະເທດລາຍງານວ່າ ນັກວິໄຈຂອງມະຫາວິທະຍາໄລ ລັດໂຄໂລຣາໂດ ໃນອາເມລິກາເປີດເຜີຍການຄົ້ນພົບອາກາດດີທີ່ສຸດໃນໂລກ ຊຶ່ງເປັນອາກາດຄຸນນະພາບດີທີ່ສຸດ, ສະອາດທີ່ສຸດ ປະສະຈາກຝຸ່ນລະອອງທີ່ເກີດຈາກກິດຈະກຳຂອງມະນຸດ ຢູ່ບໍລິເວນມະຫາສະໝຸດໃຕ້ທີ່ອ້ອມຮອບດ້ວຍທະວີບແອນຕາກຕິກາ, ນັກວິໄຈໄດ້ສຶກສາອາກາດບໍລິເວນຊັ້ນທີ່ຢູ່ຕິດພື້ນໂລກຫຼາຍທີ່ສຸດ(boundary layer air)  ບໍລິເວນມະຫາສະໝຸດໃຕ້ ໂດຍໃຊ້ແບດທີເຣຍໃນອາກາດເປັນເຄື່ອງມືໃນການຊີ້ວັດຄຸນສົມບັດຂອງຊັ້ນບັນຍາກາດຕອນລ່າງທີ່ຢູ່ໃກ້ພື້ນຜີວໂລກ ເຮັດໃຫ້ພົບວ່າ ເປັນອາກາດທີ່ປາສະຈາກຝຸ່ນລະອອງທີ່ເກີດຈາກກິດຈະກຳຂອງມະນຸດເຊັ່ນ: ຝຸ່ນຄວັນທີ່ເກີດຈາກການເຜົາໄໝ້ຂອງເຊື້ອເພີງຟອສຊິນ ການປູກພືດໃນລະບົບດ້ານດຽວ, ການຜະລິດປຸ໋ຍ ແລະການກຳຈັດນໍ້າເປື້ອນຕະຫຼອດຮອດການຄົມມະນາຄົມຂົນສົ່ງ.

  ສາດສະດາຈານ ໂຊນີ ເຄເດນວີ ເປີດເຜີຍວ່ານັບເປັນເທື່ອທຳອິດທີ່ມີການວິໄຈລະອອງຂອງສານຊີວະພາບທີ່ປະກອບຢູ່ໃນອາກາດບໍລິເວນມະຫາສະໝຸດໃຕ້ ໂດຍພົບວ່າ ອາກາດໃນບໍລິເວນນີ້ ເປັນອາກາດບໍລິສຸດທີ່ບໍ່ໄດ້ຮັບຄວາມປ່ຽນແປງຫຼືເຈືອປົນຈາກຝຸ່ນລະອອງທີ່ເກີດຈາກກິດຈະກຳຕ່າງໆຂອງມະນຸດ ໂດຍທຳມະດາແລ້ວສະພາບອາກາດໃນໂລກນີ້ ຈະມີການໄຫຼວຽນເຊື່ອມໂຍງກັບທຸກພາກພື້ນ ແລະມົນລະພິດທາງອາກາດຈາກກິດຈະກຳຂອງມະນຸດໄດ້ໄຫຼວຽນໄປເກືອບທົ່ວທຸກມູນໃນໂລກເຮັດໃຫ້ເປັນເລື່ອງຍາກທີ່ຈະຫາຈຸດທີ່ມີອາກາດບໍລິສຸດ.

-------------

ໜັງສືພິມເສດຖະກິດ-ສັງຄົມ