ຮັບບໍລິຈາກເລືອດ ທີ່ກອງຮ້ອຍຊາຍແດນ 315 ເມືອງໜອງບົກ

  ເພື່ອເປັນການສ້າງຂະບວນການສ້າງຜົນງານຕ້ອນຮັບກອງປະຊຸມຕ່າງຂອງເມືອງດັ່ງນັ້ນໃນວັນທີ 3 ມິຖຸນາ 2020 ນີ້ຢູ່ທີ່ກອງຮ້ອຍຊາຍແດນ 315 ໄດ້ຈັດພິທີຮັບບໍລິຈາກເລືອດຂຶ້ນຢ່າງເປັນ ທາງການພາຍໃຕ້ການເປັນປະທານຂອງທ່ານ ດຣ ສະແຫວງ ໂອລິຍະວົງ ຮອງຫົວໜ້າສາທາ ລະນະສຸກເມືອງ, ທ່ານ ພທ ຍໍມາ ຄຳວົງສາເລຂາໜ່ວຍພັກ-ຫົວໜ້າການເມືອງກອງຮ້ອຍຊາຍແດນ  315 ເຂົ້າຮ່ວມພິທີຄັ້ງນີ້ມີບັນດາ ອ້າຍນ້ອງກອງຮ້ອຍຊາຍແດນ ພ້ອມດ້ວຍພະນັກງານວິຊາການ ກາແດງແຂວງ ແລະກາແດງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

  ຊຶ່ງໃນພິທີຮັບບໍລິຈາກເລືອດຄັ້ງນີ້ກໍ່ເພື່ອນຳເອົາເລືອດດັ່ງກ່າວ ໄປຊ່ວຍເຫຼືອຄົນເຈັບ ແລະຜູ້ທີ່ຕ້ອງການເລືອດຢູ່ຕາມໂຮງໝໍຕ່າງໆ ເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນໂດຍບໍ່ຫວັງສິ່ງຕອບແທນໃນໂອກາດດັ່ງກ່າວທ່ານ ດຣ ສະແຫວງ ໂອລິຍະວົງ ຮອງຫົວໜ້າສາທາລະນະສຸກເມືອງໄດ້ນໍາສະເໜີຂອງການບໍລິຈາກເລືອດເພື່ອນຳໄປປິ່ນປົວຄົນເຈັບຜູ້ທີ່ຕ້ອງການເລືອດຕາມໂຮງໝໍຕ່າງໆ ໂດຍສະເພາະແມ່ນຜູ້ທີ່ປະສົບອຸບັດເຫດ, ແມ່ຍິງທີ່ເກີດລູກໃໝ່ ແລະເດັກນ້ອຍທີ່ຕ້ອງການເລືອດຫຼາຍເພື່ອໃຫ້ຄວາມສໍາຄັນ ແລະຄວາມຈໍາເປັນດັ່ງນັນທາງອົງການກາແດງ ສາຂາແຂວງຄຳມ່ວນ ຈຶ່ງໄດ້ລົງເຮັດວຽກຕາມກອງບັນຊາການອ້ອມຂ້າງເມືອງດັ່ງກ່າວໃນການຈັດຫາເລືອດໃນຄັ້ງນີ້້ໄດ້ເລືອດ 15 ຖົງ ແລະຂ່າວແຈ້ງຕື່ມສຳລັບວັນດຽວກັນທາງໂຮງຮຽນ ມສ ສອງເໝືອງກໍ່ໄດ້ຮັບບໍລິຈາກເລືອດ ເຊັ່ນດຽວກັນໃນນັ້ນໄດ້ເລືອດຢູ່ 5 ຖົງ.

--------

ໜັງສືພິມເສດຖະກິດ-ສັງຄົມ