ອົງການກາແດງ ແຂວງອັດຕະປືລົງຮັບບໍລິຈາກເລືອດ ຢູ່ໂຮງຮຽນທະຫານທ້ອງຖີ່ນ

  ໃນວັນທີ 4 ມິຖຸນາ 2020 ອົງການກາແດງ ແຂວງອັດຕະປື ຮ່ວມກັບສູນບໍລິຈາກເລືອດຂອງ ແຂວງໄດ້ລົງຮັບການບໍລິຈາກ ເລືອດຢູ່ທີ່ໂຮງຮຽນທະຫານທ້ອງ ຖີ່ນແຂວງອັດຕະປື, ນໍາໂດຍທ່ານ ວຽງໄຊ ໄຊສົມບັດ ຫົວໜ້າອົງ ການກາແດງແຂວງອັດຕະປື, ມີ ບັນດາຄະນະພັກ, ຄະນະບັນຊາການທະຫານທ້ອງຖີ່ນພ້ອມດ້ວຍວິຊາການຈາກສູນບໍລິຈາກເລືອດຂອງແຂວງ, ຕະຫຼອດຮອດນາຍ-ພົນທະຫານເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທ່ານ ວຽງ ໄຊ ໄຊສົມບັດ ຫົວໜ້າອົງການກາ ແດງແຂວງອັດຕະປື ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງການບໍລິຈາກເລືອດ ຊຶ່ງເປັນການປະກອບສ່ວນຊ່ວຍເຫຼືອຄົນທີ່ເຈັບ ທີ່ຕ້ອງການເລືອດເປັນຕົ້ນຄົນທີ່ຖືກຜ່າຕັດ, ຄົນເກີດລູກຜິດປົກກະຕິ, ຜູ້ປະສົບອຸບັດເຫດ ແລະອື່ນໆ ຊຶ່ງການບໍລິຈາກເລືອດເປັນການກູ້ເອົາຊີວິດຂອງຄົນເຈັບທີ່ຂາດເລືອດທີ່ນອນປິ່ນປົວຢູ່ຕາມໂຮງໝໍ ແຫ່ງຕ່າງໆ, ຊຶ່ງບໍ່ມີປະເທດໃດໃນໂລກສາມາດຜະລິດເລືອດຂຶ້ນມາ ໄດ້ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງຮັບການບໍລິຈາກຂອງຄົນເຮົາ.

ຈາກນັ້ນອ້າຍນ້ອງທະຫານສະໝັກໃຈບໍລິຈາກເລືອດກໍ່ໄດ້ຮັບການກວດສຸຂະພາບ,ຜ່ານການກວດສຸຂະພາບສາມາດເອົາເລືອດອອກໄດ້ຕົວຈິງ 19 ຄົນ, ຍິງ 3 ຄົນໄດ້ ເລືອດ 19 ຖົງ ຫຼື ເທົ່າກັບເລືອດ 6.650  ຊີຊີ.

--------

ໜັງສືພິມເສດຖະກິດ-ສັງຄົມ