ສະໝຸນໄພຊ່ວຍຮັກສາຫຼອດລົມອັກເສບ

  ການຮັກສາອາການຫຼອດລົມອັກເສບຕາມປົກກະຕິແລ້ວຈະໃຊ້ຢາຕ້ານເຊື້ອໃນການຮັກສາແຕ່ຕອນນີ້ເຮົາມີວິທີຮັກສາດ້ວຍທຳມະຊາດ ໂດຍອາໃສວັດຖຸດິບທີ່ເກົ່າແກ່ ແລະ ມີປະສິດທິພາບສູງສາມາດບັນເທົາອາການເຈັບຄໍ ແລະ ປອດນອກຈາກນີ້ຍັງຮັກສາໂລກຫຼອດລົມອັກເສບໃຫ້ຫາຍລອງເອົາວິທີດັ່ງກ່າວນີ້ໄປໃຊ້ລອງເບິ່ງເດີ້ເພື່ອຈະຊ່ວຍໃຫ້ທ່ານຄໍຊຸ່ມຂຶ້ນ ແລະ ຮັກສາອາການຫຼອດລົມອັກເສບ ໄດ້.

ສ່ວປະກອບ:

  1. ນ້ຳເຜິ້ງ 2 ບ່ວງ.
  2. ກ້ວຍສຸກປານກາງ 2 ໜ່ວຍ.
  3. ນ້ຳຝົດໆ 400 ມິລີລິດ.

  ວິທີເຮັດ: ບົດກ້ວຍໃຫ້ລະອຽດດີຈາກນັ້ນກໍ່ເອົາລົງໝໍ້ແລ້ວຕື່ມນ້ຳຮ້ອນລົງໄປປະໄວ້ປະມານ 30 ນາທີຫຼັງຈາກນັ້ນປົງລົງເມື່ອນ້ຳເຢັນແລ້ວກໍ່ໃສ່ນ້ຳເຜິ້ງລົງໄປແລ້ວກໍ່ຄົນເຂົ້າກັນແລ້ວນໍາໄປດື່ມ 100 ມິລິ ລິດ 4 ຄັ້ງຕໍ່ມື້ດື່ມເປັນປະຈຳຈະ ເຫັນຜົນພາຍໃນ 5 ວັນ.