ສະຫວັນນະເຂດ ມີຄູອາສາສະໝັກສອບເສັງບັນຈຸເຂົ້າລັດຖະກອນ 2.753 ຄົນ

  ພິທີເປີດການສອບເສັງບັນຈຸລັດຖະກອນຄູ ແລະລັດຖະກອນບໍລິຫານຂອງຂະແໜງການສຶກສາ ແລະກີລາທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ມີຖຸນາ 2020 ທີ່ໂຮງຮຽນມັດທະຍົມຕົ້ນສຸນັນທາ ນະຄອນໄກສອນ ພົມວິຫານ  ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ໂພໄຊໄຊຍະສອນຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ມີບັດາຄູ-ອາຈານ ແລະຄະນະກຳມະການພ້ອມດ້ວຍນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄດ້ລາຍງານໃຫ້ ຮູ້ວ່າ: ປີນີ້ທົ່ວແຂວງສະຫວັນນະ ເຂດໄດ້ຮັບໂກຕ້າລັດຖະກອນຄູ ແລະລັດຖະກອນບໍລິຫານທັງໝົດ 161 ໂກຕ້າໃນການຈັດແບ່ງໂກຕ້າແມ່ນເລັ່ງໃສ່ຄູອາສາສະໝັກຫຼາຍປີທີ່ສອນຢູ່ເຂດຫ່າງໄກສອກຫຼີກ, ບ່ອນຂາດຄູ, ເປັນແຕ່ລະລາຍວິຊາທີ່ມີຄວາມຕ້ອງການໃນແຕ່ ລະເມືອງ, ແຕ່ລະໂຮງຮຽນ ແລະຄູໂຄງການຈຳນວນ 43 ໂຕເລກໃນນີ້ມີໂຄງການບີຄວາ 24 ໂຕເລກ, ອີຊີອີ 17 ໂຕເລກ, ໂຄງການນໍແວ 2 ໂຕເລກ ແລະລັດຖະກອນບໍລິຫານ 2 ໂຕເລກ ໃນນັ້ນແບ່ງໂກຕ້າລັດຖະກອນຄູອາສາໃຫ້ນະຄອນໄກສອນພົມວິຫານ 6 ໂຕເລກ, ເມືອງອຸທຸມພອນ 15 ໂຕເລກລວມທັງຄູໂຄງການ,ອາດສະພັງທອງ 7 ໂຕເລກ,ເມືອງພີນ 12 ໂຕເລກລວມທັງຄູໂຄງການ, ເຊ ໂປນ 9 ໂຕເລກລວມທັງຄູໂຄງ ການ, ເມືອງນອງ 8 ໂຕເລກລວມທັງຄູໂຄງການ, ທ່າປາງທອງ 8 ໂຕເລກລວມທັງຄູໂຄງການ,ຈຳພອນ 8 ໂຕເລກ,ສອງຄອນ 5 ໂຕເລກ, ຊົນນະບູລີ 16 ໂຕເລກລວມທັງຄູໂຄງການ, ໄຊບູລີ 5 ໂຕເລກ,ວິລະບູລີ 12 ໂຕເລກລວມທັງຄູ ໂຄງການ, ອາດສະພອນ 12 ໂຕເລກລວມທັງຄູໂຄງການ, ໄຊພູ ທອງ 5 ໂຕເລກ ແລະເມືອງພະລານໄຊ 9 ໂຕເລກລວມທັງຄູໂຄງການ.

  ສຳລັບການສອບເສັງແມ່ນແບ່ງອອກເປັນ 3 ວິຊາຄື:ວິຊາລວມ, ຫຼັກວິຊາຄູ ແລະວິຊາສະເພາະທີ່ຮຽນມາພ້ອມນີ້ຍັງມີນະໂຍບາຍພິເສດສຳລັບຄູອາສາສະໝັກທີ່ສອນມາຫຼາຍປີ, ຄູໃນວິຊາທີ່ຕ້ອງການ, ອາຍຸກະສຽນ 33 ປີຂຶ້ນໄປ, ຄູຊົນເຜົ່າ, ຄູທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ຜ່ານມາ, ຄອບຄົວ ທຸກຍາກ ແລະເປັນຄູສອນຢູ່ເຂດຫ່າງໄກສອກຫຼີກແມ່ນຈະມີຄະແນນເພີ່ມໃຫ້ 40% ກ່ອນການສອບເສັງ, ການສອບເສັງບັນຈຸລັດຖະກອນຄູ ແລະລັດຖະກອນບໍລິຫານຂອງຂະແໜງການສຶກສາ ແລະ ກີລາທົ່ວແຂວງສະຫວັນນະເຂດປະຈຳປີ 2020 ມີຄູອາສາສະໝັກເຂົ້າຮ່ວມສອບເສັງທັງໝົດ 2.753 ຄົນ.

ໜັງສືພິມເສດຖະກິດ-ສັງຄົມ