ຊາວໜຸ່ມ ແຂວງຄຳມ່ວນ ຮ່ວມກັບຊາວໜຸ່ມເມືອງບົວລະພາ ສ້າງຂະບວນການອອກແຮງງານ

  ໃນວັນທີ 5 ມິຖຸນາ ຜ່ານມາທີ່ອານຸສອນສະຖານສີລາຈາລຶກການຕໍ່ສູ້ຂອງຊາວໜຸ່ມລາວ-ຫວຽດນາມ ທີ່ບ້ານຫຼັງຄັງເມືອງບົວລະພາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ ພ້ອມດ້ວຍບັນດາເລຂາ, ຮອງເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງຄຳມ່ວນ ແລະບັນດາເລຂາ,  ຮອງເລຂາຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ປກສ ເມືອງບົວລະພາໄດ້ພ້ອມກັນສ້າງຂະບວນການອອກແຮງງານອະນາໄມຂອບເຂດອານຸສອນສະຖານສີລາຈາລືກຂອງການຕໍ່ສູ້ຂອງຊາວໜຸ່ມລາວ-ຫວຽດນາມ,ຈຸດປະສົງໃນການສ້າງຂະບວນການຄັ້ງນີ້ກໍເພື່ອເຮັດໃຫ້ຂອບເຂດອານຸສອນສະຖານສິລາຈາລືກມີຄວາມສະອາດງາມ ຕາເພື່ອເຮັດໃຫ້ບັນດາພໍ່ແມ່ປະຊາຊົນກໍຄືຊາວໜຸ່ມລາວ-ຫວຽດນາມ ໄດ້ໄປທ່ຽວຊົມ ແລະສ້າງເປັນບ່ອນສະຖານທີ່ສັກກະລະບູຊາເພື່ອ ລະນຶກເຖິງຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນພາລະກິດປົດປ່ອຍຊາດ ແລະຮໍ່າຮຽນເອົາບົດຮຽນທີ່ດີງາມມາເປັນບົດຮຽນໃຫ້ແກ່ຕົນ ແລະຄອບຄົວ, ຊຶ່ງໃນການສ້າງຂະບວນການຄັ້ງນີ້ກໍໄດ້ມີການຖາງຫຍ້າ, ຕັດຫຍ້າແປງຮົ້ວ ທີ່ເປ້ເພ ແລະທາສີ.

  ການເຄື່ອນໄຫວສ້າງຂະບວນການຄັ້ງນີ້ມີບັນດາຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາ, ຮອງເລຂາ ແລະສະມາຊິກຊາວໜຸ່ມຮາກຖານ ປກສ ແຂວງ ແລະເມືອງ ຕະຫຼອດຮອດຄະນະບໍລິຫານງານຊາວໜຸ່ມເມືອງ ແລະສະມາຊິກເຂົ້າຮ່ວນຈຳນວນທັງໝົດ 34 ທ່ານ, ຍິງ 7 ທ່ານ.

___________

ໂດຍ: ບຸນປະພາດ