ສາວໆຢາກຈ່ອຍໜ້າທ້ອງລຽມເຮັດຕາມນີ້ເລີຍ

 ເລື່ອງລົດນໍ້າໜັກມີຢູ່ຫຼາຍວິ ທີທີ່ຕ້ອງເລືອກໃຫ້ຖືກຈິດຂອງແຕ່ລະຄົນບາງຄົນເຈີສູດໃຫ້ງົດຊີ້ນໝູກໍເຮັດບໍ່ໄດ້ເພາະຊີວິດນີ້ກິນແຕ່ ໝູ ເບື່ອໄກ່ຊີ້ນກິນບໍ່ໄດ້ກໍຈົບກັນ ຫຼື ໄປເຈີສູດຜັກລ້ວນໆກໍບໍ່ມັກກິນຜັກຕັ້ງຫຼາຍຢ່າງຍິ່ງຜັກໃບຂຽວນີ້ຕ້ອງຂໍລາພະຍາຍາມກິນມາທັງຊີວິດ ຍັງບໍ່ສຳເລັດອອກກຳລັງກາຍແດ່ ແລະສະບາຍຫຼາຍເຮັດຢູ່ບໍ່ພໍມື້ກໍພໍ ແລະພຽງແຕ່ຍ່າງຂ້າມທາງໜ້າບ້ານໄປຝັ່ງກົງກັນຂ້າມຍັງຄ້ານແລ້ວ ຄືຢາກຈ່ອຍແຕ່ຫຼາຍເລື່ອງແມ່ນບໍ່? ສະນັ້ນໄປຮູ້ພ້ອມກັນເລີຍ.

  1. ຕອນເຊົ້າ: ຫຼັງຈາກຕື່ນນອນ ປຸ໋ບດື່ມນໍ້າທັນທີ 2 ຈອກ, ໄຂ່ຂວກ 2 ໜ່ວຍ ແລະໝາກໄມ້ທີ່ມັກ
  2. ຕອນສວຍ: ແຊນວິດເຂົ້າ ໜົມປັງ 1 ອັນ, ກ້ວຍຫອມ 1 ໜ່ວຍ, ນໍ້າຂີງ 1 ແກ້ວ ບໍ່ໃສ່ນໍ້າຕານນໍ້າຂີງ ກັບເຂົ້າໜົມປັງ 2-3 ອັນ (ນ້ອຍ).
  3. ຕອນແລງ: ລາບ, ຕໍາໝາກ ຫຸ່ງພ້ອມຜັກກັບແນະນຳກະຫຼໍ່າປີ ແຕ່ຖ້າບໍ່ມັກອາຫານທີ່ມີລົດຊາດ ເຜັດ ຫຼື ຢາກປ່ຽນກໍຄວນເປັນສຸກ ກີນໍ້າ ຫຼື ແຫ້ງແບບບໍ່ເຜັດບໍ່ໃສ່ໝູ ໜ້າຈະດີກວ່າເປັນໄກ່ ຫຼື ກຸ້ງກໍໄດ້ ມື້ທຳອິດໃຫ້ລົດປະລິມານກິນເກີນເຄິ່ງຈາກປົກກະຕິມາໜ້ອຍໜຶ່ງຈົບດ້ວຍນໍ້າຂີງຮ້ອນໆກ່ອນນອນບໍ່ໃສ່ນໍ້າຕານເດີຕອນນີ້ບໍ່ຄວນກິນແປ້ງ

         --------

       ຮຽບຮຽງໂດຍ: ຟ້າ