ນໍ້າກະທິ ຊ່ວຍບຳລຸງເສັ້ນຜົມ

ຮູ້ບໍ່ວ່ານ້ຳກະທິ ທີ່ຫຼາຍຄົນໆມັກໃສ່ນໍ້າຫວານ ແລະ ເຮັດຕົ້ມເຮັດແກງເພື່ອໃຫ້ໄດ້ລົດຊາດມັນໆນັ້ນ ນອກນັ້ນມັນສາມາດບຳລຸງເສັ້ນຜົມໄດ້ນໍາອີກເພາະໃນກະທິອຸດົມໄປດ້ວຍວິຕາມິນທີ່ມີປະໂຫຍດຕໍ່ເສັ້ນຜົມໄດ້ອີກບໍ່ວ່າຈະມີບັນຫາຜົມແຫ້ງ ຫຼື ຜົມບາງຮັບຮອງນໍ້າກະທິແກ້ໄຂໄດ້ແນ່ນອນຖ້າຢ່າງນັ້ນມາເບິ່ງວິທີການບຳລຸງຜົມດ້ວຍກະທິກັນດີກ່ວາ.

 ວິທີເຮັດ: ໃຊ້ສຳລີກ້ອນຈຸ່ມນ້ຳກະທິແລ້ວນຳມາທາລົງເສັ້ນຜົມປະໄວ້ປະມານ 2 ຊົ່ວໂມງເພື່ອໃຫ້ເສັ້ນຜົມນຸ່ມມື່ນຈາກນັ້ນນຳມານວດໆໃຫ້ທົ່ວເສັ້ນຜົມ   ແລະ ໜັງຫົວເພື່ອບຳລຸງຜົມພຽງເທົ່ານີ້ຜົມກໍ່ຈະຍາວໄວ ແລະ ດົກດຳຢ່າງເປັນທຳມະຊາດແລ້ວເຮັດພຽງ 1 ເທື່ອຕໍ່ອາທິດ.