ກຳປູເຈຍອາດເສຍລາຍໄດ້ຈາກທ່ອງທ່ຽວ 3 ຕື້ໂດລາ

 ກຳປູເຈຍອາດສູນເສຍລາຍໄດ້ຈາກການທ່ອງທ່ຽວປະມານ 3 ຕື້ໂດລາສະຫະລັດໃນປີ 2020 ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາປະເທດຫຼຸດລົງຢ່າງໜັກຈາກຜົນກະທົບຈາກການແຜ່ລະບາດຂອງເຊື້ອໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າຂະແໜ່ງການທ່ອງທ່ຽວເປັນ ໜຶ່ງໃນ 4 ເສົາຫຼັກທີ່ສະໜັບສະໜູນເສດຖະກິດຂອງກຳປູເຈຍ ໂດຍປີທີ່ຜ່ານມາມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມເຖິງ 6,6 ລ້ານຄົນສ້າງ ລາຍໄດ້ລວມທັງໝົດ 4,9 ຕື້ໂດລາ ແຕ່ເນື່ອງຈາກການແຜ່ລະບາດຂອງ ເຊື້ອໂຄວິດ-19 ເຮັດໃຫ້ 4 ເດືອນຕົ້ນປີນີ້ ມີຕ່າງປະເທດມາຢ້ຽມຢາມພຽງ 1,16 ລ້ານຄົນຫຼຸດລົງເຖິງ 52% ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນ, ສຳລັບປີ 2020 ເນື່ອງຈາກວິກິດໂຄວິດຈຳນວນນັກທ່ອງທ່ຽວຕ່າງປະເທດມາທ່ຽວກຳປູເຈຍຄາດວ່າຈະຫຼຸດລົງເຖິງ 70% ແລະນັກທ່ອງທ່ຽວທ້ອງຖິ່ນຫຼຸດລົງ 50% ຊຶ່ງອາດເຮັດໃຫ້ສູນເສຍລາຍໄດ້ລວມທັງໝົດ 3 ຕື້ໂດລາ

ຈົນເຖິງປະຈຸບັນກິດຈະການທີ່ກ່ຽວກັບການທ່ອງທ່ຽວບໍ່ວ່າຈະເປັນໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານນວດ, ຮ້ານບັນເທີງ ແລະບໍລິສັດທ່ອງທ່ຽວປະມານ 2.956 ແຫ່ງ ຕ້ອງໂຈະດຳເນີນການຊົ່ວຄາວ ຫຼື ປິດກິດຈະການ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ແຮງງານຫຼາຍກວ່າ 45.405 ຄົນ.

--------

ໜັງສືພິມເສດຖະກິດ-ສັງຄົມ