ໂອເປັກຊຸກຍູ້ຕະຫຼາດນໍ້າມັນໃຫ້ມີຄວາມໝັ້ນທ່ຽງ

 ກອງປະຊຸມຂອງອົງການປະເທດສົ່ງອອກນໍ້າມັນ ຫຼື ໂອເປັກຄັ້ງທີ 179 ໄດ້ຈັດຂຶ້ນທາງວິດິໂອໃນຕອນບ່າຍຂອງວັນທີ 6 ມິຖຸນານີ້ຕາມເວລາທ້ອງຖິ່ນໂດຍໂອເປັກທີ່ເປັນເອກະພາບກັນເພື່ອເຮັດໃຫ້ຕະຫຼາດນໍ້າມັນມີຄວາມໝັ້ນທ່ຽງ.

 ຕາມຂ່າວຕ່າງປະເທດລາຍງານວ່າກອງປະຊຸມໄດ້ສຸມໃສ່ການພັດທະນາຂອງຕະຫຼາດນໍ້າມັນນັບແຕ່ໄດ້ຈັດກອງປະຊຸມທີ່ນະຄອນວຽນໃນວັນທີ 5 ມີນາປີ 2020 ເປັນຕົ້ນມາ, ກອງປະຊຸມໄດ້ຫວນຄືນສະພາບຕະຫຼາດນໍ້າມັນໃນປີ 2020 ແລະແຜນການຕະຫຼາດນໍ້າມັນໃນປີ 2021 ໜ້ານີ້, ໂດຍຊີ້ອອກວ່າ: ໃນເດືອນພຶດສະພາແລ້ວນີ້, ຄຽງຄູ່ກັບມາດຕະການການຄວບຄຸມທີ່ເຂັ້ມງວດຂອງປະເທດຕ່າງໆໄດ້ຮັບການຜ່ອນຜັນເທື່ອລະກ້າວ, ເສດຖະກິດໄດ້ຮັບການຟື້ນຟູຄືນ,ຕະຫຼາດນໍ້າມັນອາດຈະສາມາດຟື້ນຟູ ຄືນຢ່າງໝັ້ນທ່ຽງຄືເກົ່າ.

  ປະເທດສະມາຊິກຂອງອົງການໂອເປັກກ່າວເນັ້ນວ່າ, ເພື່ອຜົນປະໂຫຍດຂອງປະເທດຜູ້ຜະລິດນໍ້າມັນ,ປະເທດບໍລິໂພກ ແລະເສດຖະກິດທົ່ວໂລກ, ອົງການຕົນຈະສືບຕໍ່ເອົາໃຈໃສ່ນຳສະພາບພື້ນຖານຂອງຕະຫຼາດນໍ້າມັນໃຫ້ມີຄວາມໝັ້ນທ່ຽງ ແລະມີຄວາມດຸນດ່ຽງ.

-------

ໜັງສືພິມເສດຖະກິດ-ສັງຄົມ