ໄອເອັມເອຟໃຫ້ເງິນກູ້ເອຢິບ 5.2 ຕື້ໂດລາ

  ກອງທຶນເງິນຕາສາກົນ (ໄອເອັມເອຟ) ປະກາດວ່າບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນກັບເອຢິບກ່ຽວກັບບ້ວງເງິນກູ້ຢືມທີ່ມີມູນຄ່າ 5.2 ຕື້ໂດລາສະຫະລັດ ທີ່ມີການກຳນົດເວລາແມ່ນ 12 ເດືອນ ນອນໃນຂໍ້ຕົກລົງສິນເຊື່ອສຳຮອງ (SBA) ຂອງໄອເອັມເອຟ.

  ຕາມຂ່າວສານຫວຽດນາມລາຍງານວ່າສື່ມວນຊົນເອຢິບໄດ້ຄັດສະເໜີຄຳປະກາດຂອງ IMF ໂດຍຊີ້ແຈ້ງວ່າ: ຕາມຄຳຮຽກຮ້ອງຂອງວົງການເຈົ້າໜ້າທີ່ເອຢິບ, ຄະນະຜູ້ແທນ IMF ໄດ້ຈັດການປະຊຸມທາງອອນລາຍແຕ່ວັນທີ 19 ພຶດສະພາ ຫາວັນທີ 5 ມິຖຸນາ ເພື່ອແນໃສ່ປຶກສາຫາລືກ່ຽວກັບມາດຕະການໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາແຜນການນະໂຍບາຍຂອງປະເທດອາຟຣິກກາເໜືອນີ້, ມຸ້ງໄປເຖິງການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຟື້ນຟູພື້ນຖານເສດຖະກິດຢ່າງ ແຮງ, ສີ້ນສຸດກອງປະຊຸມ, ຝ່າຍ IMF ຢືນຢັນວ່າໄດ້ບັນລຸຂໍ້ຕົກລົງຂັ້ນວິຊາການເອຢິບກ່ຽວຂ້ອງເຖິງບັນດານະໂຍບາຍເສດຖະກິດຂອງ Cairo.

  ໄອເອັມເອຟສາມາດໜູນຊ່ວຍບ້ວງເງິນທີ່ມີມູນຄ່າ 5,2 ຕື້ໂດລາ ນອນໃນຂໍ້ຕົກລົງສິນເຊື່ອສຳຮອງ (SBA) ຂອງ IMF ເພື່ອຊ່ວຍວົງ ການເຈົ້າໜ້າທີ່ເອຢິບມານະພະຍາຍາມຮັກສາເສດຖະກິດໃຫ້ເປັນປົກກະຕິໃນສະພາບການໂລກລະບາດໂຄວິດ-19 ພວມແຜ່ລະບາດກໍຄືຮັກສາບັນດາຜົນງານໃນການປະຕິຮູບໂຄງປະກອບຊຶ່ງ Cairo ບັນລຸໄດ້ໃນຕະຫຼອດ 3 ປີທີ່ຜ່ານມາ.

___________

ໜັງສືພິມເສດຖະກິດ-ສັງຄົມ