ຈີນອັດສີດເງິນ 1,2 ຮ້ອຍຕື້ຢວນ

  ວັນທີ 8 ມິຖຸນາທີ່ຜ່ານມາທະນາຄານກາງ ສປ ຈີນອັດສີດເງິນ 1,2 ຮ້ອຍຕື້ຢວນຮັກສາສະພາບຄ່ອງລະບົບທະນາຄານ. ຕາມຂ່າວຕ່າງປະເທດລາຍງານວ່າທະນາຄານກາງຈີນອັດສີດເງິນ 1,2 ຮ້ອຍຕື້ຢວນ (ປະມານ 16,9 ຕື້ໂດລາສະຫະລັດ) ເຂົ້າສູ່ຕະຫຼາດໃນວັນທີ 8 ມິຖຸນານີ້ ຜ່ານຂໍ້ຕົກລົງຊື້ຂາຍຄືນ (reverse repos) ພາຍໃນ 7 ວັນ ທີ່ອັດຕາດອກເບ້ຍ 2,2% ເພື່ອຮັກສາສະພາບຄ່ອງລະບົບທະນາຄານ, ກ່ອນໜ້ານີ້ທະນາຄານກາງຈີນໄດ້ເພີ່ມເງິນເຂົ້າສູ່ຕະຫຼາດ 1,50 ຮ້ອຍຕື້ຢວນ ແລະເພີ່ມອີກ 70 ຕື້ຢວນ ແນໃສ່ຮັກສາສະພາບຄ່ອງໃນລະບົບທະນາຄານໃຫ້ຢູ່ໃນລະດັບທີ່ເໝາະສົມ,ດັ່ງນັ້ນໂຄງການກູ້ໄລຍະກາງ (medium-term lending facility–MLF) ດ້ວຍວົງເງິນ 50 ຕື້ຢວນ ໄດ້ຄົບກຳນົດໄຖ່ຖອນແລ້ວສົ່ງຜົນໃຫ້ເມັດເງິນສຸດທິທີ່ລະບາຍອອກຈາກຕະຫຼາດຢູ່ທີ່ 3,8 ຕື້ຢວນ.

 ລາຍງານລະບຸວ່າສຳລັບລະບົບ(reverse repo)ເປັນຂະບວນການທີ່ທະນາຄານກາງເຂົ້າຊື້ຫຼັັກຊັບຈາກທະນາຄານການຄ້າດ້ວຍຂໍ້ຕົກລົງທີ່ຈະຂາຍຄືນໃນອະນາຄົດ.

_________

ໜັງສືພິມເສດຖະກິດ-ສັງຄົມ