ຈີຊອງ-ອີໂບຢອງໃຫ້ກຳເນີດລູກຄົນທີສອງແລ້ວ

   ຂ່າວດີສຳລັບພະເອກເຈົ້າບົດບາດຈີຊອງທີ່ອີໂບຢອງພັນລະຍາຂອງລາວຫາກໍກຳເນີດລູກຄົນທີສອງໃນວັນທີ 5 ກຸມພາທີ່ຜ່ານມາພ້ອມທັງຍັງໄດ້ລູກຊາຍອີກດ້ວຍ.

  ຕົ້ນສັງກັດຂອງຈີຊອງ Namoo Actors ຢືນຢັນວ່າອີໂບຢອງພັນລະຍາຂອງຈີຊອງໄດ້ໃຫ້ກຳເນີດລູກຄົນທີ 2 ຊຶ່ງເປັນຜູ້ຊາຍໃນວັນທີ 5 ກຸມພາຜ່ານມາ ໂດຍ ພວກເຂົາໄດ້ຕັ້ງຊື່ໃຫ້ລູກວ່າຄວັນໂບອາ ໂດຍທຸກຄົນໃນຄອບຄົວມີຄວາມສຸກຫຼາຍທີ່ໄດ້ຕ້ອນຮັບສະມາຊິກຄົນໃໝ່, ສ່ວນຕົ້ນສັງກັດຂອງອີໂບຢອງ Fly Up Entertainment ໄດ້ເປີດເຜີຍວ່າອີໂບຢອງໄດ້ກຳເນີດລູກຊາຍແລ້ວເຖິງແມ່ນວ່າລູກຊາຍໄດ້ເກີດກ່ອນກຳນົດເລັກໜ້ອຍແຕ່ທັງແມ່ ແລະ ລູກແຂງແຮງດີ, ສ່ວນພໍ່ລູກສອງໄດ້ແຊຣຮູບພາບຝ່າຕີນຂອງລູກ ຊາຍຄົນໃໝ່ຜ່ານອິນສະຕາແກຣມພ້ອມທັງຂຽນຂໍ້ຄວາມສຸດທີ່ດີໃຈ ແລະ ບອກຂ່າວດີກັບແຟນໆຮູບເງົາຂອງລາວວ່າຄວັນໂບອາເກີດແລ້ວຂໍໃຫ້ສຸຂະພາບແຂງແຮງພໍ່ຮັກລູກນະ, ຊຶ່ງຈີຊອງ ແລະ ອີໂບຢອງແຕ່ງດອງກັນໃນປີ  2013 ຫຼັງຈາກເປີດເຜີຍຄວາມສຳພັນຕໍ່ສື່ມາດົນເຖິງ 6 ປີ ທັງສອງມີລູກສາວຄົນທຳອິດໃນປີ 2015.