ໃນກາງເດືອນພຶດສະພາ 2020 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບເສບຕິດຢູ່ໃນຂອບເຂດເທສະບານເມືອງໄຊຍະບູລີຈຶ່ງໄດ້ນໍາເຄື່ອນໄຫວລາດຕະເວນເພື່ອຕິດຕາມເປົ້າໝາຍດັ່ງກ່າວມີການເຄື່ອນ ໄຫວຄ້າ-ຂາຍຢາເສບຕິດແທ້ຈິງໄດ້ເຂົ້າກັກຕົວ ທ້າວ ສົມສັກ ສຸລິຍາ ອາຍຸ 39 ອາຊີບປະຊາຊົນຢູ່ບ້ານນາເລົາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພ້ອມດ້ວຍຂອງກາງຢາເສບຕິດປະເພດຢາບ້າຈໍາ ນວນ 29 ເມັດ, ອຸປະກອນເສບຢາ 2 ຊຸດ, ເງິນກີບ 300.000 ກີບ ແລະໂທລະສັບໂນເກຍ 1 ເຄື່ອງ ຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວມາສືບສວນ-ສອບສວນ ຈຶ່ງສາມາດຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການດຽວກັນຈຶ່ງໄດ້ກັກຕໃວທ້າວ ບຸນທັນ ແຊຈ່າວ ອາຍຸ 54 ປີ ອາຊີບປະຊາຊົນບ້ານນາຕໍນ້ອຍ ເມືອງໄຊຍະບູລີ ແຂວງໄຊຍະບູລີພ້ອມດ້ວຍຢາເສບຕິດປະເພດຢາບ້າຈໍານວນ 403 ເມັດ ລົດກະບະໄຮລັກວີໂກໂຕໂຢຕ້າໝາຍເລກທະບຽນ ກບ 2979 ກໍາແພງ ນະຄອນ, ລົດຈັກໂຄລາວສີດໍາ ໝາຍເລກທະບຽນ ຈຈ 7954 ໄຊຍະບູລີ 1 ຄັນ ແລະກວດຄົ້ນເຄຫະສະຖານໄດ້ໂທລະ ສັບ 3 ເຄື່ອງ ເງິນກີບ 13.849 .000 ກີບ, ເງິນບາດ 2.120 ບາດ, ສາຍຄໍຄ້າຍຄືຄໍາ 1 ເສັ້ນ, ຕ້າງຫູຄ້າຍຄືຄໍາ 1 ຄູ່, ແຫວນຄ້າຍຄືຄໍາ 1 ວົງ,ໂມງຄ້າຍຄືຄໍາ 1 ໜ່ວຍ ແລະທ້າວ ສອນເພັດ ສິງເສ ອາຍຸ 43 ປີ ອາຊີບ ປະຊາຊົນບ້ານນາຕໍນ້ອຍ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພ້ອມດ້ວວຍຂອງກາງຢາເສບຕິດປະເພດຢາບ້າຈໍານວນ 100 ເມັດ ລົດຈັກກູບບີ HONDA ສີຂາວ ບໍ່ມີໝາຍເລກທະບຽນ 1 ຄັນ ແລະໂທລະສັບໂນເກຍສີດໍາ 1 ເຄື່ອງ ຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວທັງສາມມາດໍາເນີນຄະດີຕາມລະບຽບກົດໝາຍ.

---------------

ຂຽນໂດຍ: ແສງທອງ ທອງສະໄໝ    

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ