ຜົ້ງສາລີ ສະຫຼຸບການເຮັດທົດລອງຈັດເກັບລາຍຮັບທີ່ດິນ ແລະການຈັດຕັ້ງປະຕິບັດການເງິນບ້ານຢູ່ 3 ບ້ານ ເມືອງບຸນໃຕ້

  ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຮັດທົດລອງຈັດເກັບລາຍຮັບທີ່ດິນ ແລະການຈັດຕັ້ງປະຕິບັດການເງິນບ້ານຢູ່ 3 ບ້ານຂອງເມືອງບຸນໃຕ້ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2020 ທີ່ສະໂມສອນໃຫຍ່ຂອງເມືອງບຸນໃຕ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ,ມີທ່ານ ວັນໄຊ ສຸກສັນ ຫົວໜ້າພະແນກການເງິນແຂວງ,ມີບັນດາທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ວິຊາການທີ່ກ່ຽວຂ້ອງຈາກ 7 ເມືອງ, ນາຍບ້ານຈາກ 3 ບ້ານທົດລອງ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.

  ທ່ານ ກອງແກ້ວ ຂັນຕະພົມ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສີ່ງແວດລ້ອມທັງເປັນຮອງຫົວໜ້າຄະນະຮັບຜິດຊອບການເຮັດທົດລອງເກັບລາຍຮັບທີ່ດິນຂັ້ນບ້ານໃນປີ 2020ກໍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານເຮັດທົດລອງການເກັບລາຍຮັບທີ່ດິນ ແລະການຈັດຕັ້ງປະຕິບັດການເງິນບ້ານຢູ່ 3 ບ້ານຂອງເມືອງບຸນໃຕ້ຄື: ບ້ານບູນໃຕ້, ບ້ານຊິງໄຊ ແລະບ້ານນາໄຊ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 27 ພຶດສະພາ ເຖິງ ວັນທີ 4 ມິຖຸ ນາ 2020, ບ້ານບູນໃຕ້ມີຈຳ ນວນ 243 ຫຼັງເຮືອນ ມີ 289 ຄອບຄົວ ມີຜົນລະເມືອງ 1.149 ຄົນ ຍິງ 577 ຄົນ, ມີຂໍ້ມູນຕອນ ດິນທີ່ຈັບຈຸດຕອນດິນຂອງຄອບຄົວ ເຂົ້າໃນແຜນທີ່ນຳໃຊ້ທີ່ດິນຂອງບ້ານທັງໝົດ ມີ 878 ຕອນໃນນີ້ເນື້ອທີ່ດິນປຸກສ້າງໄດ້ວັດແທກມີ 35.829 ຕາແມັດເທົ່າ 3,6 ເຮັກຕາ ແລະປະເພດທີ່ດິນກະສິກຳມີ 44 ເຮັກຕາລວມ 47,6 ເຮັກຕາ ສົມທຽບຂໍ້ມູນເກົ່າປີ 2019 ເພີ່ມຂຶ້ນ 361 ຕອນ ເທົ່າ41,11%, ສາມາດເກັບລາຍຮັບທັງໝົດຂອງບ້ານບູນໃຕ້ 51,2 ລ້ານກີບ, ໃນນີ້ລາຍຮັບຈາກຊັບສິນ  8 ລ້ານກວ່າກີບ, ລາຍຮັບຈາກສ່ວຍສາອາກອນ 2,2 ລ້ານກີບ, ລາຍຮັບຈາກທີ່ດິນ 40,96 ລ້ານກີບ.

  ບ້ານ ຊິງໄຊ ມີຈຳນວນ 64 ຫຼັງເຮືອນມີ 73 ຄອບຄົວ ພົນລະເມືອງ 333 ຄົນ ຍິງ 159 ຄົນ, ມີຂໍ້ມູນຕອນດິນທີ່ຈັບຈຸດຕອນດິນຂອງຄອບຄົວເຂົ້າໃນແຜນທີ່ນຳ ໃຊ້ທີ່ດິນຂອງບ້ານທັງໝົດມີ 369 ຕອນ ມີເນື້ອທີ່ 30,38 ເຮັກຕາ ສົມທຽບຂໍ້ມູນເກົ່າເພີ່ມຂຶ້ນ 167 ຕອນ ເທົ່າ 45,26%,ສາມາດເກັບລາຍຮັບທັງໝົດຂອງບ້ານບູນໃຕ້21,48 ລ້ານກີບ, ໃນນີ້ລາຍຮັບຈາກຊັບສິນ2,33 ລ້ານກີບ, ລາຍຮັບຈາກສ່ວຍສາອາກອນ 1 ລ້ານກີບ, ລາຍຮັບຈາກທີ່ດິນ 16,40 ລ້ານກີບ ແລະລາຍຮັບທີ່ ດິນຈາກບ້ານອື່ນ 1,75 ລ້ານກີບ.

  ບ້ານນາໄຊ ມີຈຳນວນ 85 ຫຼັງ ເຮືອນມີ 111 ຄອບຄົວ ມີຜົນລະເມືອງ 392 ຄົນ ຍິງ 196 ຄົນ, ມີຂໍ້ມູນທີ່ດິນທີ່ຈັບຈຸດຕອນດິນຂອງຄອບຄົວເຂົ້າໃນແຜນທີ່ນຳ ໃຊ້ທີ່ດິນຂອງບ້ານທັງໝົດ ມີ 349 ຕອນ ມີເນື້ອທີ່ທັງໝົດ 87,87 ເຮັກຕາ ສົມທຽບຂໍ້ມູນເກົ່າປີ2019 ເພີ່ມຂຶ້ນ 228 ຕອນ ເທົ່າ 65,33%, ສາມາດເກັບລາຍຮັບທັງໝົດຂອງບ້ານນາໄຊ 21,57 ລ້ານກີບ, ໃນນີ້ລາຍຮັບຈາກຊັບສິນ 2,74 ລ້ານກີບ, ລາຍຮັບຈາກສ່ວຍສາອາກອນ 8 ແສນກີບລາຍຮັບຈາກທີ່ດິນ 14,76 ລ້ານກີບ ແລະລາຍຮັບທີ່ດິນຈາກບ້ານອື່ນ 3,26 ລ້ານກີບ.

 ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບາງບັນຫາທີ່ເຫັນວ່າຍັງມີຈຸດອ່ອນຂໍ້ຄົງຂ້າງໃນການຈັດຕັ້ງປະຕິບັດຍັງບ່ໍ່ທັນໄດ້ດີໃນໄລຍະທີ່ຜ່ານມາແລະຕໍ່ໜ້າ, ໂດຍສະເພາະແມ່ນກ່ຽວກັບການເກັບລາຍຮັບຂອງທີ່ດິນທີ່ເຫັນວ່າຍັງມີຄວາມຊັບຊ້ອນ ແລະຍັງບໍ່ທັນເປັນເອກະພາບກັນ.

  ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳຜອຍ ວັນນະສານ ກໍມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຊຶ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດ ຊອບການເຮັດທົດລອງເກັບລາຍຮັບທີ່ດີນຂັ້ນບ້ານຢູ່ 3 ບ້ານ ຂອງເມືອງບຸນໃຕ້, ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ 4 ວຽກໃຫຍ່ເປົນຕົ້ນນຳພາສ້າງເກັບລາຍຮັບ, ສະຫຼຸບວຽກງານການເງິນຂອງບ້ານໃຫ້ໄດ້,  ສ້າງຄູ່ມື້ໃນການເກັບລາຍຮັບຂັ້ນບ້ານໃຫ້ເປັນເອກະພາບ, ສ້າງພະນັກງານນໍາພາຂັ້ນເມືອງ-ຂັ້ນບ້ານ, ກຳນົດໃຫ້ໄດ້ຖານລາຍຮັບຂັ້ນບ້ານຢ່າງລະອຽດຈະແຈ້ງ, ສືບຕໍ່ໃຫ້ແຕ່ລະເມືອງແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ, ສຳລັບງົບປະມານນຳໃຊ້ແມ່ນມອບໃຫ້ເມືອງໃດເມືອງນັ້ນຮັບຜິດ ຊອບໂດຍການກຳນົດເອົາໜຶ່ງ ບ້ານຕໍ່ 1 ລ້ານກີບ, ການເກັບລາຍຮັບທີ່ແມ່ນດີນຢູ່ບ້ານໃດເມືອງໃດແມ່ນຕ້ອງເສຍຢູ່ບ້ານນັ້ນ, ກ່ຽວກັບການປູກ, ການລ້ຽງຢູ່ໃນ 3 ປະເພດປ່າແມ່ນບໍ່ໃຫ້ອອກໃບຕາດິນຖາວອນ,ແຕ່ຕ້ອງຂຶ້ນບັນຊີການນໍາໃຊ້ທີ່ດີນຢູ່ໃນບ້ານນັ້ນ,ສ່ວນການເກັບຄ່າຊັບພະຍາກອນທຳມະຊາດແມ່ນສືບຕໍ່ເກັບ 7.000 ກີບຕໍ່ຄົນ, ຖືເອົາວຽກງານການເງິນຂັ້ນບ້ານເປັນວຽກງານທີ່ສຳຄັນໜຶ່ງ ແລະເປັນໄມ້ຫຼ້າວັດແທກໜຶ່ງໃນການປະເມີນໃນການເກັບລາຍຮັບຂອງແຕ່ ລະບ້ານໃຫ້ນັບມື້ນັບເພີ່ມຂຶ້ນ.

_______________

ຂຽນໂດຍ: ແສງຄໍາສາລີວັນ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ