ສສຊ ລົງເກັບກຳຂໍ້ມູນມະຕິກອງປະຊຸມສະໄໝສາມັນເທື່ອທີ 8

 ເມື່ອວັນທີ 8 ມິຖຸນາ 2020 ທ່ານ ຈັດຕະວາ ແກ້ວຄຳພັດ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 8 ຄະນະກຳມາທິການດ້ານເສດຖະກິດ ແລະແຜນການພ້ອມດ້ວຍຄະນະລົງຕິດຕາມກວດກາເກັບກຳຂໍ້ມູນມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະສະພາປະຊາຊົນ ແຂວງໄຊຍະບູລີ ຢູ່ເມືອງປາກລາຍ, ໂດຍການຕ້ອນຮັບຂອງທ່ານ ນາງ ພິມປະໄພ ສຸຂະລາດ ຮອງເລຂາພັກເມືອງສະມາຊິກສະພາປະຊາຊົນແຂວງໄຊຍະບູລີປະຈໍາ ເມືອງປາກລາຍເຂົ້າຮ່ວມມີຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ມີສະມາຊິກສະພາປະຊາຊົນແຂວງ, ຕາງໜ້າຫ້ອງການອ້ອມຂ້າງພາຍໃນເມືອງ ແລະພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ.

  ຈຸດປະສົງແມ່ນເພື່ອຕິດຕາມກວດກາເກັບກຳຂໍ້ມູນມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງ ຄົມ ຂອງເມືອງ 6 ເດືອນທ້າຍປີ ທ່ານ ບຸນຫຼາຍວົງດາລາ ຄະນະ ປະຈໍາພັກເມືອງຮອງເຈົ້າເມືອງໆ ປາກລາຍໄດ້ກ່າວຕ້ອນຮັບ, ລາຍ ງານສະພາບລວມ, ຈຸດພິເສດ ຂອງ ເມືອງແລະຜົນສໍາເລັດໃນໄລຍະ ຜ່ານມາຄະນະພັກ-ອົງການປົກ ຄອງເມືອງປາກລາຍໄດ້ເອົາໃຈໃສ່ ການປະກອບສ່ວນທາງດ້ານວັດຖຸ, ທຶນຮອນຈໍານວນໜຶ່ງເຂົ້າໃນ ການພັດທະນາເສດຖະກິດ, ວັດ ທະນະທໍາ-ສັງຄົມ ແລະແກ້ໄຂ ຄວາມທຸກຍາກຂອງເມືອງຊຶ່ງເຮັດໃຫ້ພື້ນຖານໂຄງລ່າງຈໍານວນໜຶ່ງ ໄດ້ຮັບການປັບປຸງກໍ່ສ້າງດີຂຶ້ນ ກວ່າເກົ່າ, ສະພາບໂດຍລວມເສດ ຖະກິດຂອງເມືອງຂະຫຍາຍຕົວຕໍ່ເນື່ອງໃນລະດັບ 9,5% ລວມຍອດຜະລິດຕະພັນພາຍໃນບັນລຸເຖິງ 1.695 ຕື້ກີບ ສະເລ່ຍໃສ່ ຫົວຄົນໜຶ່ງໄດ້ 22 ລ້ານກວ່າກີບ ເທົ່າກັບ 2.766 ໂດລາສະຫະລັດ, ໄລຍະ 6 ເດືອນຜ່ານມາສາມາດຈັດເກັບລາຍຮັບໄດ້ທັງໝົດ 4,56 ຕື້ກີບ, ເທົາກັບ 53,15% ຂອງແຜນການປີ, ການປະຕິບັດ ລາຍຈ່າຍ 6 ເດືອນໄດ້ທັງໝົດ 1,92 ຕື້ກີບ ເທົ່າກັບ 44,76% ຂອງແຜນການປີ, ໂຄງການສືບຕໍ່ ຈັດຕັ້ງປະຕິບັດພາຍໃນເມືອງມີທັງໝົດ 36 ໂຄງການ ລວມມູນຄ່າ 503,77 ຕື້ກີບ, ໃນນີ້ໂຄງການທີ່ກຳລັງຈັດຕັ້ງປະຕິບັດມີ 31 ໂຄງການມູນຄ່າ 498,58 ຕື້ກີບ ໂຄງການປະຕິບັດສຳເລັດ 100% ມີ 5 ໂຄງການມູນຄ່າ 5,19 ຕື້ກີບ.

  ທ່ານ ຈັດຕະວາ ແກ້ວຄໍາພັດ ໄດ້ມີຄໍາເຫັນຕໍ່ກັບອົງການປົກຄອງເມືອງປາກລາຍໂດຍເນັ້ນໃຫ້ເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງເປັນຕົ້ນແມ່ນການປັບປຸງລະບົບການເມືອງຢູ່ຮາກຖານ, ປັບປຸງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດແມ່ນຢາກໃຫ້ຕິດຕາມຕື່ມອີກການໄປສ້າງຄອບຄົວຂອງປະຊາຊົນລາວຢູ່ລາດຊະອານາຈັກ (ປະເທດໄທ) ແລະນັກທຸລະກິດຜູ້ປະກອບການຄົນຈີນທີ່ມາດຳລົງຊີວິດຢູ່ລາວແລ້ວມາສ້າງຄອບຄົວຢູ່ ສປປ ລາວ ເພີ່ມທະວີສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມພັກ 3 ຂັ້ນ ຊຶ່ງຕິດພັນກັບການເລືອກບຸກຄະລາກອນໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະພາປະ ຊາຊົນແຂວງ ຊຸດທີ II, ພ້ອມນັ້ນກໍ່ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ທ່ານຍັງໄດ້ເນັ້ນໜັກໃຫ້ເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງໂດຍການປັບປຸງລະບົບການເມືອງ, ຍົກລະດັບແບບແຜນການນໍາພາດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕະຫຼອດຮອດວິຊາສະເພາະທີ່ກ່ຽວຂ້ອງ, ສໍາລັບການພັດທະນາເສດຖະກິດ-ສັງຄົມ ກ່ອນອື່ນຕ້ອງຊອກຮູ້ທ່າແຮງບົ່ມຊ້ອນເພື່ອຊຸກຍູ້ສົ່ງເສີມປະຊາຊົນເຮັດການຜະລິດກະສິກໍາເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບ ຄົວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ໃຫ້ເອົາໃຈໃສ່ວຽກງານສຶກສາ ແລະ ສາທາລະນະສຸກສໍາລັບບັນດາຂໍ້ສະເໜີອື່ນໆແມ່ນຈະນໍາໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງເພື່ອແກ້ໄຂຕາມຄວາມເໝາະສົມ.

_______________

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ