ມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ອຄ ເມືອງບົວລະພາ

  ໃນວັນທີ 3 ມິຖຸນາທີ່ຜ່ານມານີ້ຢູ່ທີ່ຫ້ອງປະຊຸມຫ້ອງການອຸດສາຫະກຳ ແລະການຄ້າ (ອຄ) ເມືອງບົວລະພາໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າຜູ້ເກົ່າ ແລະ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າຜູ້ໃໝ່ຂຶ້ນພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນກ້ວາງ ແກ້ວບຸນຍົງ ເລຂາພັກ ເມືອງເຈົ້າເມືອງໆບົວລະພາ,ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງຄຳມ່ວນ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ບຸດດາ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າວ່າດ້ວຍການອະນຸມັດໃຫ້ພະນັກ ງານເຂົ້າຮັບບຳນານຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆບົວລະພາວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າຜູ້ໃໝ່ຊຶ່ງໄດ້ແຕ່ງຕັ້ງທ່ານ ສົມ ເດັດ ຄູນສີດາວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງເປັນຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງບົວລະພາ, ຈາກນັ້ນທ່ານ ລຳທອງ ພຸດທະລັງສີ ພະນັກງານຫ້ອງການອຸດສາຫະກຳ ແລະການຄ້າເມືອງກໍໄດ້ຂຶ້ນຜ່ານບົດບັນທຶກວ່າດ້ວຍການມອບວຽກລະຫວ່າງຫົວໜ້າຜູ້ເກົ່າ ແລະຜູ້ໃໝ່ຫຼັງຈາກນັ້ນກໍໄດ້ເຊັນບົດບັນທຶກມອບວຽກງານຢ່າງເປັນທາງການທ່ານ ບຸນກວ້າງ ແກ້ວບຸນ ຍົງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງຫ້ອງການອຸດສາຫະກຳ ແລະການຄ້າສາມາດຍາດມາໄດ້ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ວຽກງານອຸດສາຫະກຳ ແລະການຄ້າໃນຂອບເຂດທົ່ວເມືອງໃຫ້ໄດ້ຮັບການພັດທະ ນາທີ່ດີຂຶ້ນເລື້ອຍໆ ເພື່ອພ້ອມກັນສ້າງສາພັດທະນາເມືອງບົວລະພາກໍຄືຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄດ້ຮັບການປັບປຸງທີ່ດີຂຶ້ນເທື່ອລະກ້າວ.

____________

ຂຽນໂດຍ: ບຸນປະພາດ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ