ປັບຂື້ນລາຄານໍ້າມັນ

  ໃນວັນທີ 11 ມິຖຸນາ 2020 ກະຊວງອຸດສາຫະກໍາ ແລະການຄ້າໄດ້ອອກແຈ້ງການເຖິງສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄປເລື່ອງແຈ້ງການປັບຂຶ້ນລາຄານໍ້າມັນເຊື່ອໄຟໃນຂອບເຂດທົ່ວປະເທດຊຶ່ງເລີ່ມຈັດຕັ້ງປະຕີບັດຕັ້ງແຕ່ເວລາ 6:00 ໂມງຂອງວັນທີ 12 ມິຖຸນາ 2020 ເປັນຕົ້ນໄປ ແລະການປັບລາຄາຄັ້ງນີ້ແມ່ນໄດ້ຫຼຸດຄັງແຮແອັດຊັງພິເສດ 250 ກີບຕໍ່ລິດ, ແອັດຊັງທໍາມະດາ 200 ກີບຕໍ່ລິດ ແລະກາຊວນ 300 ກີບຕໍ່ລິດ, ໂດຍລາຄານໍ້າມັນເຊື້ອໄຟແອັດຊັງພິເສດປັບຂຶ້ນ 230 ກີບຕໍ່ລິດ, ແອັດຊັງທໍາມະດາປັບຂຶ້ນ 230 ກີບຕໍ່ລິດ ແລະກາຊວນປັບຂຶ້ນ 200 ກີບຕໍ່ລິດ.

  ສະເພາະນະຄອນຫຼວງວຽງຈັນ ແອັດຊັງພິເສດໃຫ້ຂາຍໃນລາຄາ 8.080 ກີບຕໍ່ລິດ, ທຳມະດາ 7.590. ກີບລິດ ແລະກາຊວນ 7.130 ພັນກີບຕໍ່ລິດ, ແຂວງຜົ້ງສາລີ ແອັດຊັງທໍາມະດາ 8.350 ກີບ, ກາຊວນ 7.890 ກີບ, ຫຼວງນໍ້າທາ ແອັດຊັງທຳມະດາ 7.950 ກີບ,ກາຊວນ 7.490 ກີບ, ແຂວງອຸດົມໄຊ ແອັດຊັງພິເສດ 8.560, ແອັດຊັງທໍາມະດາ 8.070, ກາຊວນ 7.610, ແຂວງບໍ່ແກ້ວ ແອັດຊັງພິເສດ 8.180 ກີບຕໍ່ລິດ, ທໍາມະດາ 7.690 ກີບຕໍ່ລິດ ແລະກາຊວນ 7.230 ກີບຕໍ່ລິດ, ຫຼວງພະບາງແອັດຊັງພິເສດ 8.480 ກີບຕໍ່ລິດ, ແອັດຊັງທໍາມະດາ 7.990, ກາຊວນ 7.530, ແຂວງໄຊຍະບູລີ ແອັດຊັງພິເສດ 8.330, ແອັດຊັງທໍາມະດາ 7.840, ກາຊວນ 7.380, ຫົວພັນແອັດ ຊັງທຳມະດາ 7.990 ກີບ, ກາຊວນ 7.530 ກີບຕໍ່ລິດ, ຊຽງຂວາງແອັດຊັງ ທຳມະດາ 7.780 ກີບ, ກາຊວນ 7.320 ກີບ, ແຂວງວຽງຈັນ ແອັດຊັງພິເສດ 8.080 ກີບ, ທຳມະດາ 7.590 ກີບ, ກາຊວນ 7.130 ກີບ, ບໍລິຄຳໄຊ ແອັດຊັງພິເສດ 8.160 ກີບ, ທຳ ມະດາ 7.670 ກີບ, ກາຊວນ 7.210 ກີບ.

  ສ່ວນຄຳມ່ວນແອັດຊັງພິເສດ 8.110, ແອັດຊັງທໍາມະດາ 7.620, ກາຊວນ 7.160 ແຂວງສະຫວັນນະເຂດ ແມ່ນລາຄາດຽວກັບແຂວງຄຳມ່ວນ, ແຂວງສາລະວັນ ແອັດຊັງພິເສດ 8.290 ແອັດຊັງທໍາມະດາ 7.800 ກີບ, ກາຊວນ 7.340, ແຂວງຈໍາປາສັກ ແອັດຊັງພິເສດ 8.140 ກີບ, ທຳມະດາ 7.650 ກີບ, ກາຊວນ 7.190 ກີບ, ແຂວງເຊກອງ ແອັດຊັງທໍາມະດາ 7.830 ກີບ, ກາຊວນ 7.370 ກີບ, ແຂວງອັດຕະປື ແອັດຊັງ ພິເສດ 8.320 ກີບ, ແອັດຊັງທໍາມະດາ 7.830 ກີບ, ກາຊວນ 7.370 ແລະແຂວງໄຊສົມບູນ ແອັດຊັງທໍາມະດາ 7.830 ກີບ ແລະກາຊວນ 7.370 ກີບ.

-----------

ຂຽນໂດຍ: ວົງມະນິ