ປກສ ໄຊທານີ ເພີ່ມທະວີ 4 ແຜນງານສະກັດກັ້ນຫຍໍ້ທໍ້ໃນສັງຄົມ

 ກອງບັນຊາການເມືອງ ປກສ ເມືອງໄຊທານີ ເພີ່ມທະວີວຽກງານສືບຂ່າວກໍາແໜ້ນສະພາບການຂຶ້ນບັນຊີຄຸ້ມຄອງກວດກາຕິດຕາມເປົ້າໝາຍອາຊະຍາກໍາປະເພດຕ່າງໆ ພ້ອມສືບຕໍ່ 4 ແຜນງານສະເພາະກິດສະກັດກັ້ນເລີກຮື້ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ.

  ສະຫາຍ ພັທ ສົມພອນວົງສາ ເລຂາຄະນະພັກຮາກຖານຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຂຶ້ນປະກອບຄໍາເຫັນກ່ຽວກັບການເພີ່ມທະວີບົດບາດການນໍາພາຂອງພັກຕໍ່ວຽກງານແກ້ໄຂປາກົດການຫຍໍ້ທໍ້ພາຍໃນເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊທານີ ຄັ້ງທີ VII ວັນທີ 11 ມິຖຸນາ ນີ້ວ່າ: ໄລຍະ 5 ປີ ຜ່ານມາທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 1.752 ເລື່ອງສາມາດມ້າງໄດ້ 1.574 ເລື່ອງກັກຕົວຜູ້ຖືກຫາ 1.954 ຄົນ ຍິງ 167 ຄົນ ຫຼາຍກວ່າໝູ່ຄະດີລັກຊັບພົນລະເມືອງ ເກີດຂຶ້ນ 1.268 ເລື່ອງມ້າງໄດ້ 880 ເລື່ອງກັກຕົວ 1.054 ຄົນ ຍິງ 23 ຄົນ ຊີງຊັບພົນລະເມືອງເກີດຂຶ້ນ 93 ເລື່ອງ ມ້າງໄດ້ 93 ເລື່ອງ ກັກຕົວ 56 ຄົນ ປຸ້ນຊັບພົນລະເມືອງເກີດຂຶ້ນ 48 ເລື່ອງ ມ້າງໄດ້ 20 ເລື່ອງ ກັກຕົວ 21 ຄົນ ຄະດີຢາເສບຕິດສາມາດມ້າງໄດ້ 1.309 ເລື່ອງ ກັກ ຕົວໄດ້ 1.994 ຄົນ ຍິງ 228 ຄົນ ຄະດີລາຍໃຫຍ່ສາມາດມ້າງໄດ້ 7 ລາຍ ກັກຜູ້ຕ້ອງຫາ 45 ຄົນ ຍິງ 10 ຄົນ ສົມທົບແກ້ໄຂພວກມົ້ວສຸມຢາເສບຕິດໄດ້ 75 ລາຍ ກັກຕົວ 285 ຄົນ ຍິງ 23 ຄົນ ສຶກສາອົບຮົມຂຽນໃບປະຕິຍານຄືນຜູ້ປົກຄອງ 193 ຄົນ ຍິງ 18 ຄົນ ອຸປະຕິເຫດເກີດຂຶ້ນ1.832 ເລື່ອງ,ພາຫະນະເປ່ເພ 3.343 ຄັນ ໃຊ້ການບໍ່ໄດ້ 28 ຄັນ, ຄົນໄດ້ຮັບບາດເຈັບ 3.010 ຄົນ ເສຍຊີວິດ 281 ຄົນ ຍິງ 59 ຄົນ  ຜົນເສຍຫາຍ 12 ຕື້ກວ່າກີບ ອັກຄີໄພເກີດຂຶ້ນ 71 ຄັ້ງ ຜົນເສຍ ຫາຍເຮືອນ 26 ຫຼັງ ຫ້ອງແຖວ 4 ຫຼັງ,ໂຮງງານ 9 ແຫ່ງບໍລິສັດ 2 ແຫ່ງ ຕະຫຼາດ 1 ແຫ່ງ ປ່າ 35 ແຫ່ງສາງເກັບຂີ້ເຫຍື້ອ 2 ຫຼັງ ກອງຂີ້ເຫຍື້ອ 1 ບ່ອນ ລວມມູນຄ່າເສຍຫາຍ 9,3 ຕື້ກີບກວດພົບແຮງງານຕ່າງປະເທດທີ່ລະເມີດກົດໝາຍ ສປປ ລາວ 956 ຄົນ ຍິງ126 ຄົນ ມີ13 ສັນຊາດຕໍ່ຜູ້ລະເມີດໄດ້ມອບໃຫ້ຫ້ອງການສັນຕິບານ ປກສ ນະຄອນຫຼວງວຽງຈັນດໍາເນີນລະບຽບກົດໝາຍ ພ້ອມນັ້ນໄດ້ແກ້ໄຂສະພາບດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຂອງບໍລິສັດພີເອັສ ໄດ້ ສໍາເລັດເບື້ອງຕົ້ນ ແລະໄດ້ແກ້ໄຂການບຸກລຸກທີ່ດິນ S7 S8 ຢູ່ຫຼັກ 16 ສໍາເລັດສັງລວມແລ້ວພາຍໃຕ້ການຊີ້ນໍາພາຂອງອົງຄະນະພັກເມືອງໄລຍະຜ່ານມາເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານດ້ານການເມືອງຢ່າງໜັກແໜ້ນສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານປາກົດການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະການດໍາລົງຊີວິດຂອງປະຊາຊົນພາຍໃນເມືອງໃຫ້ນັບມື້ດີຂຶ້ນ.

ໃນຊຸມປີຕໍ່ໜ້າຄະນະພັກກອງບັນຊາການ ປກສ ເມືອງໄຊທານີຈະເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງເປັນຕົ້ນກົມວິຊາສະເພາະຂອງກະຊວງ ປກສ, ຫ້ອງການອ້ອມຂ້າງເມືອງ, ກອງບັນຊາການທະຫານເມືອງ ແລະອົງການປົກຄອງທຸກຂັ້ນປະຕິບັດໜ້າທີ່ວຽກງານຈຸດສຸມຄື: ເພີ່ມທະວີວຽກງານສືບຂ່າວກໍາແໜ້ນສະ ພາບການຂຶ້ນບັນຊີຄຸ້ມຄອງກວດກາຕິດຕາມເປົ້າໝາຍອາຊະຍາກໍາປະເພດຕ່າງໆ, ສືບຕໍ່ 4 ແຜນງານສະເພາະກິດສະກັດກັ້ນເລີກຮື້ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມສະເພາະສຸມໃສ່ແກ້ໄຂບັນຫາປຸ້ນຈີ້ຊີງຊັບ, ລັກຊັບບັນຫາຢາເສບຕິດ, ກຸ່ມແກ້ງກວນເມືອງນັກເລງອັນຕະພານການລະເມີດຝ່າຝືນລະບຽບກົດໝາຍຂອງຄົນຕ່າງປະ ເທດ, ບັນຫາອຸບັດເຫດອັກຄີໄພ ແລະບັນຫາຮ້ານອາຫານກິນດື່ມບັນເທິງບໍລິການກາຍໂມງເວລາໃຫ້ຫຼຸດລົງຢ່າງຈະແຈ້ງ.