ຄືບໜ້າໂຄງການປັບປຸງຂະຫຍາຍລະບົບນໍ້າປະປາ ແລະສຸຂາພິບານເມືອງໄຊຍະບູລີ

  ກອງປະຊຸມລາຍງານຄວາມຄືບໜ້າໂຄງການປັບປຸງຂະຫຍາຍລະບົບນໍ້າປະປາ ແລະສຸຂາພິບານເມືອງ ໄຊຍະບູລີ ແລະເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດຂຶ້ນໃນຕອນ ບ່າຍວັນທີ 9 ມິຖຸນາ 2020 ນີ້ ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງໄຊຍະບູລີໂດຍການເປັນປະທານຮ່ວມຂອງທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ຫົວໜ້າຮອງຫົວໜ້າຫ້ອງການຂອງເມືອງ, ຜູ້ຮັບເໝົາໂຄງການພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

   ໃນກອງປະຊຸມທ່ານ ສົມພອນ ຈັນທະວົງ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດໂຄງການນໍ້າປະປາ ແລະສຸຂາພິບານແຂວງໄຊຍະບູລີໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດໂຄງການນໍ້າປະປາສຸຂາພິບານທ່ານກ່າວວ່າ: ອີງຕາມສັນຍາຮັບເໝົາກໍ່ສ້າງໂຄງການນໍ້າປະປາ ແລະ ສຸຂາພິບານເມືອງໄຊຍະບູລີ ແຂວງໄຊຍະບູລີ ສະບັບເລກທີ ws-cw31 ລົງວັນທີ 17 ກໍລະກົດ 2018 ວ່າດ້ວຍການປັບປຸງ ແລະກໍ່ສ້າງລະບົບນໍ້າປະປາ ແລະສຸຂາພິບານ, ລວມມູນຄ່າໃນສັນຍາທັງໝົດ 4,5 ລ້ານໂດລາສາຫະລັດເພື່ອສະໜອງນ້ຳໃສ່ 24 ບ້ານເປົ້າໝາຍໂຄງການ; ກຳນົດເວລາກໍ່ສ້າງຕາມສັນຍາ 36 ເດືອນ(20 ສິງຫາ 2018-20 ສິງຫາ2021), ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດ ຊົງເມີຍ ວິສະຫວະກໍາຈໍາກັດ, ມາຮອດປະຈຸບັນການຈັດຕັ້ງປະຕິບັດແມ່ນລົງມືກໍ່ສ້າງໄປແລ້ວ 23 ເດືອນເຫັນ ວ່າມີຄວາມຄຶບໜ້າ 66,97%.

ສ່ວນເມືອງບໍ່ແຕນແມ່ນອີງຕາມສັນຍາຮັບເໝົາກໍ່ສ້າງສະບັບເລກທີ ws-cw32 ລົງວັນທີ 23 ເມສາ 2019 ລວມມູນຄ່າການກໍ່ສ້າງ 12 ຕື້ກວ່າກີບ ເພື່ອແຈກຈ່າຍນໍ້າສະອາດໃຫ້ 4 ບ້ານເປົ້າໝາຍເມືອງບໍ່ແຕນ,ກຳນົດເວລາກໍ່ສ້າງ 18 ເດືອນ (15 ພຶດສະພາ 2018-15 ຕຸລາ 2019) ແລະຕໍ່ສັນຍາຕື່ມ 2 ຄັ້ງລວມ 56 ວັນ, ຜ່ານການຈັດຕັ້ງປະຕິບັດໂຄງການມາຮອດປະຈຸບັນແມ່ນປະຕິບັດແລ້ວ 20 ເດືອນເຫັນວ່າໜ້າວຽກທັງໝົດຂອງສັນຍາແມ່ນສໍາເລັດ 100%, ຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ປະກອບຄຳເຫັນໃສ່ບັນດາໜ້າວຽກຕ່າງໆຂອງໂຄງການຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງຄຳໂອ້ລົມຈາກທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນ ຕີກະຊວງໂຍທາທິການ ແລະຂົນສົ່ງພ້ອມທັງລົງເບິ່ງພາກສະໜາມຕົວຈິງເຂດການກໍ່ສ້າງຫົວງານ, ເຂດວາງທໍ່ພາຍໃນເມືອງໄຊຍະບູລີຕື່ມອີກ.

----------------

ຂຽນໂດຍ: ສົມພົງ ສີສະຫັວດ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ