ຫຼວງນໍ້າທາ ສະຫຼຸບການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

  ວັນທີ 3 ມິຖຸນາ 2020 ຄະນະໄກ່ເກ່ຍຜົນກະທົບການກໍ່ສ້າງທາງລົດໄຟລາວ-ຈີນ, ຊ່ວງຜ່ານແຂວງຫຼວງນໍ້າທາປະຈໍາເດືອນພຶດສະພາປີ 2020, ສະຫຼຸບການຈັດ ຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ເຂົ້າຮ່ວມໂດຍທ່ານ ຄຳໄຫຼ ສີປະເສີດ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ, ທັງເປັນປະທານແກ້ໄຂໄກ່ເກ່ຍຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານ ທອງແດງ ສິດທິສົນ ຫົວໜ້າຄະນະໄກ່ເກ່ຍຜົນກະ ທົບການກໍ່ສ້າງທາງລົດໄຟລາວ-ຈີນ, ມີຫົວໜ້າປະສານງານໂຄງການ, ຄະນະຮັບຜິດຊອບເຂົ້າຮວ່ມ.

  ທ່ານ ທອງແດງ ສິດທິສົນ ຫົວໜ້າຄະນະໄກ່ເກ່ຍຜົນກະທົບການ ກໍ່ສ້າງທາງລົດໄຟລາວ-ຈີນ, ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ແຕ່ຊາຍແດນລາວ-ຈີນ ເຖິງສະຖາ ນີຂົນສົົ່ງໂດຍສານນະຄອນຫຼວງວຽງຈັນ ມີຄວາມຍາວ409 ກິໂລແມັດ, ຊຶ່ງແລວທາງລົດໄຟໄດ້ຜ່ານ 5 ແຂວງສຳລັບແຂວງຫຼວງນໍ້າທາ ກວມເອົາ 16,9 ກິໂລແມັດ, ມີ 2 ສະຖານີຄື: ສະຖານີບໍ່ເຕ່ນ ແລະສະຖານີນາເຕີຍ. ມາເຖິງປະຈຸບັນສຳເລັດການກໍ່ສ້າງອຸມົງ 3 ອຸມົງ ມີຄວາມຍາວທັງໝົດ 10.051,5 ແມັດ, ສຳ ເລັດ 100%, ສຳເລັດການກໍ່ສ້າງເສົາຂົວ 100%  ໃນຈຳນວນທັງໝົດ 137 ເສົາ, ວາງຂາງສໍາເລັດແລ້ວຈໍານວນ 465 ຂາງ, ສືບຕໍ່ບຸກເບີກພື້ນທີ່ກໍ່ສ້າງສະຖານີບໍ່ເຕ່ນ ແລະສະຖານີນາເຕີຍ, ກະກຽມກໍ່ສ້າງອາຄານຜູ້ໂດຍສານ, ກໍ່ສ້າງທາງເວັ້ນສະຖານີ, ກະກຽມກໍ່ສ້າງຂົວຂ້າມນໍ້າທຸງແຫ່ງໃໝ່ຢູ່ບ້ານນາເຕີຍ. ຜູ້ທີ່ໄດ້ຮັບຜົນກະ ທົບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຊ່ວງຜ່ານ ແຂວງຫຼວງນໍ້າທາ, ມີ 4 ບ້ານຄື: ບ້ານບໍ່ເຕ່ນ, ບໍ່ປຽດ, ຕີນຕົກ ແລະບ້ານນາເຕີຍ,ມາຮອດປະຈຸບັນ ແຂວງຫຼວງນ້ຳທາໄດ້ຮັບເງິນຊົດເຊີຍສິ່ງກີດຂວາງຈາກບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ຈຳນວນ 7 ງວດ, ລວມເປັນເງິນທັງໝົດ 131,91 ຕື້ກີບ, ຄະນະຮັບຜິດຊອບ ເບີກຈ່າຍຄ່າຊົດເຊີຍແຂວງຫຼວງນໍ້າທາໄດ້ດຳເນີນການເບີກຈ່າຍໃຫ້ແກ່ຜູ້ທີ່ຖືກຜົນກະທົບທີ່ມອບພື້ນທີ່ໃຫ້ໂຄງການໄດ້ດຳເນີນການກໍ່ສ້າງກ່ອນ 218 ຄອບຄົວ ເທົ່າກັບ 74% ຂອງມູນຄ່າທີ່ໄດ້ຮັບຜົນກະທົບທັງໝົດ 178,55 ຕື້ກີບ, ຂອງຈໍານວນ 321 ຄອບຄົວ ແລະຈະໄດ້ສົບທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາຕ່າງໆທີ່ເກີດ ຂຶ້ນຕາມຂອບເຂດການກໍ່ສ້າງທາງລົດໄຟລາວ-ຈີນ, ໂດຍສະເພາະແມ່ນແກ້ໄຂຕາມການສະເໜີຂອງປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ທ່ວງທັນ ແລະວຽກງານອື່ນໆ.

____________

ຂຽນໂດຍ: ອຸ້ມ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ