ຫວຽດນາມເປີດສາຍການບິນການຄ້າ ສາກົນຄືນໃໝ່

   ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທົ່ວປະເທດສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາທັດສະນະພັດທະນາຕົ້ນຕໍແມ່ນ: ຮັບປະກັນສະ ພາບແວດລ້ອມແຫ່ງຄວາມປອດໄພເພື່ອພັດທະນາ ແລະພັດທະນາແບບຍືນຍົງໃນເງື່ອນໄຂເປັນປົກກະຕິໃໝ່. ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມກ່າວ ໃນກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ–19 ໃນຕອນເຊົ້າວັນ ທີ 9 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ–19 ປະກາດ ບັນດາເຂດ, ບໍລິເວນທີ່ມີຄວາມປອດໄພ, ເພື່ອເປີດສາຍການບິນການຄ້າສາກົນຄືນໃໝ່ເທື່ອລະກ້າວ ແລະມີການແນະນຳຢ່າງລະອຽດກ່ຽວກັບການແຍກຕົວບັນດາເປົ້າໝາຍທີ່ເຂົ້າເມືອງຜ່ານຖ້ຽວບິນຕ່າງໆ.

  ໃນໄລຍະຈະມາເຖິງ,ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທົ່ວປະເທດສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາທັດສະນະພັດທະນາຕົ້ນຕໍແມ່ນ: ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພເພື່ອພັດທະນາ ແລະພັດທະນາແບບຍືນຍົງໃນເງື່ອນໄຂເປັນປົກກະຕິໃໝ່,ພ້ອມກັນນັ້ນຕ້ອງກຽມຄວາມພ້ອມໃຫ້ເປັນຢ່າງດີທີ່ສຸດໃນອະນາຄົດໃກ້ໆນີ້ ເພື່ອເຊື່ອມໂຍງ ແລະກໍ່ສ້າງຫວຽດນາມໃຫ້ກາຍເປັນຈຸດນັດພົບທີ່ມີຄວາມປອດໄພຂອງທົ່ວໂລກບໍ່ພຽງແຕ່ເພ່ືອແນໃສ່ບັນດາເປົ້າ ໝາຍພັດທະນາເສດຖະກິດເທົ່ານັ້ນຫາກຍັງເພື່ອບັນດາເປົ້າໝາຍດ້ານການເມືອງ, ການທູດຕ່າງປະເທດຂອງປະເທດຊາດອີກດ້ວຍ.

---------

ໜັງສືພິມເສດຖະກິດ-ສັງຄົມ