ສປຊ ເຕືອນໂລກຈະຂາດແຄນອາຫານໜັກສຸດໃນຮອບ 50 ປີ

 ເລຂາທິການ ສປຊ ເຕືອນວ່າໂລກກຳລັງປະເຊີນກັບວິກິດອາຫານຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ປະຊາກອນຫຼາຍຮ້ອຍລ້ານຄົນທົ່ວໂລກກຳລັງຢູ່ໃນສະຖານະການຂາດແຄນອາຫານລວມທັງເດັກນ້ອຍຫຼາຍກວ່າ 1 ໃນ 5 ກຳລັງຕົກຢູ່ໃນສະພາບອຶດຫິວ.

  ຕາມຂ່າວຕ່າງປະເທດລາຍງານວ່າ ບົດລາຍງານເລື່ອງຜົນກະທົບຂອງໂຄວິດ-19 ຕໍ່ຄວາມໝັ້ນຄົງທາງອາຫານ ແລະໂພສະນາການຂອງອົງການສະຫະປະຊາຊາດ (ສປຊ) ລະບຸວ່າປະຊາຊົນສ່ວນໃຫຍ່ຕ່າງຊື້ອາຫານຈາກຕະຫຼາດທ້ອງຖິ່ນແຕ່ໃນໄລຍະປິດເມືອງເຮັດໃຫ້ພວກເຂົາບໍ່ສາມາດຫາອາຫານໄດ້ລວມໄປເຖິງອັດຕາການວ່າງວຽກທີ່ເພີ່ມຂຶ້ນ ແລະລາຍໄດ້ຂອງປະຊາຊົນທີ່ຫຼຸດລົງໃນໄລຍະປິດເມືອງຂະນະທີີ່ບາງປະເທດລາຄາອາຫານເພີ່ມສູງຂຶ້ນ, ຂະນະການເກັບກ່ຽວຜົນຜະລິດທາງອາຫານເປັນໄປລ້າຊ້າແຮງງານຫຼາຍລ້ານຄົນໃນຂະແໜງການຜະລິດບໍ່ສາມາດເຮັດວຽກໄດ້ຂະນະທີ່ໂຮງງານອຸດສາຫະກຳການຜະລິດຊີ້ນສັດໃນບາງປະເທດປິດເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດ-19, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການຂອງ ສປຊ ກ່າວວ່າລະບົບອາຫານຂອງໂລກກຳລັງຖືກທຳລາຍການແຜ່ລະບາດຂອງເຊື້ອໂຄວິດ-19 ສົ່ງຜົນເຮັດດໃຫ້ເກີດສິ່ງທີ່ຮ້າຍແຮງທີ່ສຸດໃນຮອບ 50 ປີ ສົ່ງຜົນໃຫ້ໂລກ ກຳລັງປະເຊີນກັບວິກິດສຸກເສີນທາງດ້ານອາຫານ, ຖ້າຫາກຍັງບໍ່ມີການອອກມາແກ້ໄຂບັນຫາເລື່ອງນີ້ ຈະສົ່ງຜົນໃຫ້ເກີດວິກິດສຸກເສີນດ້ານອາຫານ ຊຶ່ງອາດສົ່ງຜົນໃນໄລຍະຍາວຕໍ່ປະຊາກອນລ້ານຮ້ອຍລ້ານຄົນ ລວມທັງເດັກນ້ອຍແລະຜູ້ໃຫຍ່, ໂດຍປະຊາກອນທົ່ວໂລກຫຼາຍກວ່າ 820 ລ້ານຄົນກຳລັງອຶດຫິວ ແລະເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຫຼາຍກວ່າ 144 ລ້ານຄົນ ຕ່າງຕົກຢູ່ໃນສະພາບອຶດຫິວ ຊຶ່ງຈຳນວນເດັກນ້ອຍດັ່ງ ກ່າວຄິດເປັນອັດຕາ 1 ໃນ 5 ຂອງອັດຕາປະຊາກອນທົ່ວໂລກ.

ທັງນີ້ ເລຂາ ສປຊ ຍັງຮຽກຮ້ອງໃຫ້ມີການປົກປ້ອງແຮງງານໃນຂະແໜງອາຫານລວມໄປເຖິງການຮຽກຮ້ອງໃຫ້ສະໜັບສະໜູນຜູ້ຜະລິດອາຫານລວມທັງຜູ້ຈັດສົ່ງອາຫານເພື່ອປ້ອງກັນການແຊກແຊງລະບົບຂົນສົ່ງອາຫານ.

-----

ໜັງສືພິມເສດຖະກິດ-ສັງຄົມ