ອິນເດຍພົບຜູ້ຕິດເຊື້ອໂຄວິດວັນດຽວເກືອບ 10 ພັນຄົນ

 ອິນເດຍໜ້າເປັນຫ່ວງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ ໃນວັນດຽວ 9.996 ຄົນ ຖືເປັນສະຖິຕິລາຍວັນສູງທີ່ສຸດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນອິນເດຍເຮັດໃຫ້ຍອດສະສົມຜູ້ຕິດເຊື້ອຢູ່ທີ່ຫຼາຍກວ່າ 286.000 ຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ກະຊວງສາທາລະນາສຸກອິນເດຍ ເປີດເຜີຍວ່າ ໃນໄລຍະ 24 ຊົ່ວໂມງຂອງວັນທີ 11 ມິຖຸນາທີ່ຜ່ານມາພົບຜູ້ເສຍຊີວິດຈາກເຊື້ອໂຄວິດ-19 ເພີ່ມຕື່ມອີກ 357 ຄົນ ຊຶ່ງເຮັດໃຫ້ຍອດຜູ້ເສຍຊີວິດເພີ່ມເປັນ 8.102 ຄົນ ຂະນະດຽວກັນພົບຜູ້ຕິດເຊື້ອລາຍໃໝ່ຈຳນວນ 9.996 ຄົນເຮັດໃຫ້ຍອດຜູ້ຕິດເຊື້ອຢູ່ທີ່ 286.579 ຄົນ, ທັງນີ້ຈຳນວນຜູ້ຕິດເຊື້ອໃໝ່ ແລະຜູ້ເສຍຊີວິດມີການລາຍງານຫຼ້າສຸດນີ້ ຖືເປັນສະຖິຕິລາຍວັນສູງທີ່ສຸດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນອິນເດຍ, ໂດຍຈຳນວນຜູ້ທີ່ໄດ້ປີ່ນປົວຫາຍດີແລ້ວປະຈຸບັນນີ້ຢູ່ທີ່ 141.029 ຄົນ.

  ອິນເດຍໄດ້ໃຊ້ມາດຕະການປິດເມືອງໄລຍະທີ 5 ທົ່ວປະເທດນັບຕັ້ງແຕ່ວັນທີ 1 ມິຖຸນາທີ່ຜ່ານມາ ໂດຍມີການຫຼຸດຜ່ອນຂໍ້ຈຳກັດຕ່າງໆ ແລະອະນຸຍາດໃຫ້ທຸລະກິດໃນຫຼາຍໆພາກສ່ວນກັບມາເປີດກິດຈະການໄດ້ອີກຄັ້ງທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍປະກາດປິດປະເທດໃນວັນທີ 25 ມີນາທີ່ຜ່ານມາເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19.

----------

ໜັງສືພິມເສດຖະກິດ-ສັງຄັມ