ຈີນຊຸກຍູ້ປູກເຂົ້າໃນທະເລຊາຍ

ລັດຖະບານ ສປ ຈີນ ຊຸກຍູ້ ການປູກເຂົ້າໃນທະເລຊາຍຄາດ ວ່າຜົນຜະລິດຈະໄດ້ 1.000 ກິ ໂລຕໍ່ໄຣ່ ແລະມີກຳໄລສູດທິຢູ່ທີ່ 10.000 ຢວນ. ຕາມຂ່າວຕ່າງປະເທດລາຍ ງານວ່າ ພື້ນທີ 2.169 ໄຣ່ ຂອງ ທະເລຊາຍອູຫຼັນປູ້ທາງພາກຕາເວັນຕົກຂອງມົງໂກລີ ຊຶ່ງເປັນທະເລຊາຍໃຫຍ່ເປັນອັນດັບ 8 ຂອງ ຈີນກາຍເປັນພື້ນທີ່ນາໃນທະເລຊາຍຂະໜາດໃຫຍ່, ໃນລາຍງານ ລະບຸວ່າໃນໄລຍະ 10 ວັນທີ່ຜ່ານມາ ລົດປູກເຂົ້າຂະໜາດໃຫຍ່ຫຼາຍກວ່າ 10 ຄັນ ຕ່າງແລ່ນໄປມາຢ່າງຕໍ່ເນື່ອງເທີງພື້ນທີ່ດິນຊາຍຂອງບ້ານເຕີ້ງໄຂ່ວ ເມືອງປາຢຽນນ່າວເອີ ເຂດປົກຄອງຕົນເອງຂອງຈີນ, ທ່ານ ເວ່ຍຈື່ ເຫີງ ຫົວໜ້າໂຄງການເພາະປູກເຂົ້າໄຮ່ໃນທະເລຊາຍກ່າວວ່າ ນັບເປັນເທື່ອທຳອິດຂອງການປູກເຂົ້າໄຮ່ໃນທະເລຊາຍ ອູຫຼັນປູ້ ໂດຍມີການເລີ່ມເຮັດວຽກມານັບຕັ້ງແຕ່ວັນທີ 26 ພຶດສະພາ ແລະໃນແຕ່ລະວັນມີເຄື່ອງຈັກຖືກສົ່ງມາຫຼາຍສິບເຄື່ອງເພື່ອຊ່ວຍໃນການປູກເຂົ້າໃນໂຄງການນີ້.

 ທັງນີ້ທາງໂຄງການລະບຸວ່າຕົ້ນທຶນລວມຂອງການປູກເຂົ້າໄຮ່ຢູ່ທີ່ 2.000 ຢວນຕໍ່ 0,42 ໄຣ່ ຄາດວ່າຈະເກັບກ່ຽວຜົນຜະລິດຄຸນນພາບສູງໄດ້ເຖິງ 450 ກິໂລກຣາມຕໍ່ 0,42 ໄຣ່ ໂດຍກຳໄລສຸດທິອາດຈຸລະດັບ 10.000 ຢວນ ເມື່ອອ້າງອິງລາຄາຂາຍເຂົ້າຄຸນນະພາບສູງ ຊຶ່ງສູງເຖິງ 30 ຢວນ.

-------

ໜັງສືພິມເສດຖະກິດ-ສັງຄົມ