ມສ ໜອງຜຳ ເມືອງໜອງບົກ ຈັດກິດຈະກຳຮັບບໍລິຈາກເລືອດ

    ວັນທີ 5 ມິຖຸນາ ຜ່ານມາ ທີ່ໂຮງຮຽນ ມສ ໜອງຜຳ ເມືອງໜອງບົກແຂວງຄຳມ່ວນໄດ້ມີການຈັດກິດຈະກຳຮັບບໍລິຈາກເລືອດຂຶ້ນຢ່າງເປັນທ່ານການໂດຍການເຂົ້າ ຮ່ວມຂອງທ່ານ ດຣ ສະແຫວງ ໂອລິຍະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໜອງບົກ, ທ່ານ ສາຍສະໝອນ ສົມນຸກຄຳຈັນ ຫົວໜ້າກາແດງແຂວງຄຳມ່ວນ, ທ່ານ ສຸກທະວີ ເພົາພົງສະຫວັດ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໜອງບົກ, ທ່ານນາງ ໄພມະນີ ພົມມະວິ ໃສ ຮອງຫົວໜ້າຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງມີບັນດາພະນັກງານກາແດງແຂວງ, ພະນັກງານກາແດງເມືອງ ແລະບັນດາຜູ້ອຳນວຍການໂຮງຮຽນພ້ອມດ້ວຍນ້ອງນັກ ຮຽນແຕ່ຊັ້ນ ມ5-ມ7ເຂົ້າຮ່ວມ.

   ທ່ານ ສາຍສະໝອນ ສົມນຸກ ຄຳຈັນ ຫົວໜ້າກາແດງແຂວງຄຳມ່ວນໄດ້ຂຶ້ນອະທິບາຍກ່ຽວກັບຄວາມໝາຍຄວາມສຳຄັນໃນການບໍລິຈາກເລືອດຈຸດປະສົງກໍເພື່ອຢາກເຮັດໃຫ້ບັນດານັກຮຽນແຕ່ລະນ້ອງໄດ້ມີຄວາມເຂົ້າໃຈສຳລັບການບໍລິຈາກເລືອດໃນຄັ້ງນີ້ແມ່ນໄດ້ເລືອດຢູ່ 12 ຖົງ, ເລືອດດັ່ງກ່າວຈະໄດ້ມີການນຳເອົາໄປຊ່ວຍເຫຼືອຄົບເຈັບທີ່ຍັງມີຄວາມຕ້ອງການເພາະເລືອດແມ່ນບໍ່ພຽງພໍໃນການທີ່ຈະນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບນີ້ແມ່ນການສະແດງເຖິງນໍ້າໃຈທີ່ບໍລິສຸດໂດຍການຊ່ວຍເຫຼືອເຊິ່ງກັນ ແລະກັນບໍ່ຫວັງສິ່ງຕອບແທນໃດໆໝົດ F ໃນຕອນທ້າຍທາງທີມງານກາແດງແຂວງຄຳມ່ວນຍັງໄດ້ມີການມອບຖັງນໍ້າທີ່ບັນຈຸນໍ້າໃນ 1000 ລິດໃຫ້ຜູ້ອຳນວຍການໂຮງ ຮຽນຊຶ່ງມີມູນຄ່າ 9 ແສນກີບ.

-------

ໂດຍ: ສົມສະໄຫວ