ອາດສະພອນ ມີຄູອາສາເຂົ້າສອບເສັງ ບັນຈຸລັດຖະກອນ 200 ກວ່າຄົນ

 ການສອບເສັງບັນຈຸເຂົ້າລັດຖະກອນຄູ ແລະລັດຖະກອນບໍລິຫານຂອງຂະແໜງສຶກສາທິການ ແລະກີລາເມືອງອາດສະພອນ ແຂວງສະຫວັນນະເຂດໄດ້ຈັດຂຶ້ນພ້ອມກັນກັບເມືອງອື່ນໆ ທົ່ວແຂວງສະຫວັນນະເຂດ ຄືວັນທີ 7 ມິຖຸນາ 2020 ນີ້ ໂດຍເມືອງອາດສະພອນໄດ້ຈັດສູນສອບເສັງຂຶ້ນທີ່ ໂຮງຮຽນ ມສ ອາດສະພອນເຂົ້າຮ່ວມໃນພິ ທີດັ່ງກ່າວມີທ່ານ ກອງແລ ອ່ອນ ຈັນທະລືໄຊ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ວິນິໄສ ທອງເຕີມ ຫົວໜ້າຂະແໜງກວດກາ ແລະປະເມີນຜົນພະແນກສຶກສາທິການ ແລະກີລາແຂວງສະຫວັນນະເຂດ, ທ່ານ ນາງ ພອນທະວີ ລາດບໍວອນ ກຳມະການພັກເມືອງຮອງເຈົ້າເມືອງອາດສະພອນພ້ອມດ້ວຍຄະນະກຳມະການຂັ້ນແຂວງ-ເມືອງ ແລະນັກສອບເສັງເຂົ້າຮ່ວມ.

 ປີນີ້ເມືອງອາດສະພອນໄດ້ຮັບໂກຕ້າລັດຖະກອນຄູທັງໝົດ 12 ໂກຕ້າ ໃນນັ້ນຄູທົ່ວໄປມີ 7 ໂກຕ້າ, ຄູໂຄງການມີ 5 ໂກຕ້າ (ຊຶ່ງມີໂຄງການອີຊີອີ 4 ໂກຕ້າ, ໂຄງການບີຄວາ 1 ໂກຕ້າ), ການສອບເສັງໃນຄັ້ງນີ້ມີຄູອາສາສະໝັກເຂົ້າສອບເສັງທັງໝົດ 203 ຄົນ, ຍິງ 143 ຄົນ.

___________

ໂດຍ: ລັດດາວອນ ແກ້ວໄພທູນ