ຈີນ-ອາຊຽນ ຊຸກຍູ້ການຮ່ວມມືເສດຖະກິດດິຈິຕອລ

c ສປ ຈີນ ແມ່ນປະເທດນຳໜ້າໃນການພັດທະນາພື້ນຖານໂຄງລ່າງດິຈິຕອລ ແລະແມ່ນຄູ່ຮ່ວມມືໃຫຍ່ຂອງອາຊຽນໃນການຊຸກຍູ້ພື້ນຖານເສດຖະກິດດິຈິຕອລໃນພາກພື້ນ.

 ຕາມຂ່າວຕ່າງປະເທດລາຍງານວ່າຈີນ ແລະອາຊຽນໄດ້ໃຫ້ຄຳໝັ້ນສັນຍາວ່າໃນປີນີ້ຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດດິຈິຕອລ ໂດຍກ່າວວ່າເຫດການທາງອອນລາຍຊຶ່ງເປັນຂີດໝາຍໃຫ້ແກ່ການເລີ່ມຕົ້ນປີຮ່ວມມືເສດຖະກິດດິຈິຕອລຈີນ-ອາຊຽນ, ທ່ານ ຍິວວູ ລັດຖະມົນຕີກະຊວງອຸດສາຫະກຳ ແລະເຕັກໂນໂລຊີຂໍ້ມູນຂ່າວ ສານຈີນໃຫ້ຮູ້ວ່າ ຈີນ ແລະອາຊຽນຈະເປີດກ້ວາງການຮ່ວມມືໃນຂົງເຂດເຕັກໂນໂລຊີ 5ຈີ, ເຊື່ອມຕໍ່ອິນເຕີເນັດສັບພະສິ່ງ (LoT), ປັນຍາປະດິດ, ໝູນໃຊ້ LoT ເຂົ້າໃນຂົງເຂດຜະລິດກໍ່ຄືໝູນໃຊ້ເຕັກນິກດິຈິຕອລເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

  ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃຫ້ຮູ້ວ່າ: ຈີນແມ່ນປະເທດນຳໜ້າໃນການພັດທະນາພື້ນຖານໂຄງລ່າງດິຈິຕອລ ແລະ ແມ່ນຄູ່ຮ່ວມມືໃຫຍ່ຂອງອາຊຽນໃນການຊຸກຍູ້ພື້ນຖານເສດຖະກິດດິຈິຕອລໃນພາກພື້ນ.

____________

ໜັງສືພິມເສດຖະກິດສັງຄົມ