ຈີນ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 57 ຄົນ

  ສປ ຈີນ ລາຍງານໃນວັນທີ 14 ມິຖຸນາທີ່ຜ່ານມາວ່າພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 57 ຄົນ ຊຶ່ງຖືເປັນລາຍງານຕົວເລກຜູ້ຕິດເຊື້ອລາຍວັນທີ່ສູງທີ່ສຸດນັບຕັ້ງແຕ່ ເດືອນເມສາທີ່ຜ່ານມາຂະນະທີ່ມີຄວາມກັງວົນຢ້ານກັບມາລະບາດອີກຄັ້ງ.

 ຕາມຂ່າວຕ່າງປະເທດລາຍງານວ່າຈີນສາມາດຄວບຄຸມການລະບາດພາຍໃນປະເທດໄດ້ດີດ້ວຍການຈຳກັດການເດີນທາງ ແລະການປິດເມືອງທີ່ບັງຄັບໃຊ້ ໃນໄລຍະຕົ້ນປີແຕ່ການລະບາດຄັ້ງໃໝ່ນີ້ລະບຸວ່າມີຄວາມກ່ຽວຂ້ອງກັບຕະຫຼາດຈຳໜ່າຍຊີ້ນ ແລະຜັກບໍລິເວນຕອນໃຕ້ຂອງນະຄອນຫຼວງປັກກິ່ງຂອງຈີນຄະນະກຳມາທິການແຫ່ງຊາດກ່າວວ່າ ໃນຈຳນວນຜູ້ຕິດເຊື້ອລາຍໃໝ່ນີ້ ມີ 36 ຄົນ ທີ່ເປັນການຕິດເຊື້ອພາຍໃນປະເທດ ຊຶ່ງຈີນເລີ່ມກັບມາເຝົ້າລະວັງຫຼາຍຂຶ້ນຫຼັງຈາກມີການ ລາຍງານພົບຜູ້ຕິດເຊື້ອລາຍໃໝ່ໃນນະຄອນຫຼວງປັກກິ່ງເປັນຄົນທຳອິດໃນຮອບ 2 ເດືອນ ແລະເຈົ້າໜ້າທີ່ນະຄອນຫຼວງປັກກິ່ງສັ່ງໃຫ້ໂຈະເປີດໂຮງຮຽນປະຖົມອອກໄປກ່ອນ.

  ເຈົ້າໜ້າທີ່ພົບວ່າຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ມີສ່ວນກ່ຽວຂ້ອງກັບຕະຫຼາດຂາຍສົ່ງຊິນຟາຕີ້ ແລະໄດ້ສັ່ງປິດຕະຫຼາດແຫ່ງນີ້ໄປແລ້ວການພົບຜູ້ທີ່ຕິດເຊື້ອເປັນກຸ່ມໃນຄັ້ງນີ້ເຮັດໃຫ້ທາງການຈີນປິດເມືອງຄັ້ງໃໝ່ໃນພື້ນທີ່ອ້ອມຂ້າງຕະຫຼາດປະຊາຊົນໄດ້ຮັບຄຳສັ່ງໃຫ້ຢູ່ພາຍໃນເຮືອນ.

---------------

ໜັງສືພິມເສດຖະກິດສັງຄົມ