ເຢຍລະມັນ ກຽມອອກມາດຕະການກະຕຸ້ນເສດຖະກິດ

 ເຢຍລະມັນ ກຽມອອກມາດຕະການກະຕຸ້ນເສດຖະກິດແຈກເງິນໃຫ້ເຍົາວະຊົນ 300 ເອີໂຣຕໍ່ຄົນ ແລະຫຼຸດພາສີມູນຄ່າເພີ່ມຕື່ມອີກ 3%. ຕາມຂ່າວຕ່າງປະເທດລາຍ ງານວ່າເຈົ້າໜ້າທີ່ລະດັບສູງຂອງລັດຖະບານເຢຍລະມັນລະບຸວ່າທາງຄະນະລັດຖະມົນຕີເຫັນດີຮ່ວມກັນລະຫວ່າງກອງປະຊຸມສຸກເສີນໂດຍກຽມອອກມາດຕະການກະ ຕຸ້ນເສດຖະກິດ 2 ມາດຕະການຄືການຫຼຸດພາສີມູນຄ່າເພີ່ມ ແລະແຈກເງິນໃຫ້ເຍົາວະຊົນຜ່ານຜູ້ປົກຄອງອີກ 300 ເອີໂຣຕໍ່ຄົນ ຊຶ່ງມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການອັດສີດມູນຄ່າ 130 ຕື້ເອີໂຣ ໂດຍໂຄງການທັງສອງປະກອບດ້ວຍການຫຼຸດພາສີມູນຄ່າເພີ່ມຈາກລະດັບ 19% ສູ່ລະດັບ 16% ຊົ່ວຄາວນັບຕັ້ງແຕ່ວັນທີ 1 ກໍລະກົດຈົນເຖິງວັນທີ 31 ທັນວາ ມີຈຸດປະສົງເພື່ອກະຕຸ້ນການບໍລິໂພກພາຍໃນປະເທດຄາດວ່າຈະສົ່ງຜົນກະທົບຕໍ່ລາຍໄດ້ພາກລັດປະມານ 20 ຕື້ເອີໂຣ.

   ໃນສ່ວນຂອງມາດຕະການດັ່ກ່າວທັງສອງມາດຕະການທາງສະຖາບັນວິໄຈເສດຖະກິດເຢຍລະມັນຄາດວ່າຈະເພີ່ມອັດຕາການເຕີບໂຕຂອງເສດຖະກິດເຢຍລະມັນປະ ມານ 1,3% ໃນປີ 2020 ແລະ 2021, ນອກຈາກນີ້ລັດຖະບານຍັງກຽມກູ້ຢືມເງິນຕື່ມອີກ 50 ຕື້ເອີໂຣ ເພື່ອກະຕຸ້ນເສດຖະກິດ.

--------

ໜັງສືພິມເສດຖະກິດ-ສັງຄົມ