WHO ຮຽກຮ້ອງໃຫ້ທົ່ວໂລກແບ່ງປັນວັກແຊງ

 ຕາມອົງການອະນາໄມໂລກ (WHO) ກ່າວໃນ ທ້າຍອາທິດທີ່ຜ່ານມາວ່າ ຕ້ອງໄດ້ຮັບປະກັນວ່າປະຊາຊົນທຸກຄົນລ້ວນແຕ່ໄດ້ເຂົ້າເຖິງການສັກຢາວັກແຊງ ບໍ່ວ່າຈະເປັນຊະນິດໃດໆທີ່ພວມໄດ້ຮັບການຜະລິດຢ່າງຍຸຕິທໍາ ຊຶ່ງວັກແຊງກັນເຊື້ອໄວຣັດໂຄວິດ-19 ຕ້ອງຖືວ່າ ແມ່ນສິນຄ້າສາທາລະນະທົ່ວໂລກ.

ຕາມຂ່າວຕ່າງປະເທດລາຍງານວ່າກ່າວຄໍາເຫັນ ໃນການຖະແຫຼງຂ່າວທີ່ໄດ້ດໍາເນີນໃນວັນທີ 12 ມິຖຸນາ, ທ່ານ AdhanomGhebreyesus ຜູ້ອໍານວຍ ການໃຫຍ່ WHO ຢັ້ງຢືນວ່າວັກແຊງທຸກຊະນິດລ້ວນ ແຕ່ໄດ້ຮັບຖືວ່າແມ່ນສິນຄ້າສາທາລະນະທົ່ວໂລກຕ້ອງໄດ້ຮັບການຊຸກຍູ້ ແລະວົງການການນໍາຕ້ອງ ຍົກອອກຄໍາໝັ້ນສັນຍາທາງການເມືອງ ຖະແຫຼງ ການດັ່ງກ່າວຂອງ WHO ໄດ້ຍົກອອກມາໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຢ່າງ ທີ່ວ່າບາງປະເທດອາດຈະສະສົມວັກແຊງກັນເຊື້ອ ໄວຣັດໂຄວິດ-19 ຫຼື ຢາທີ່ນໍາໃຊ້ປິ່ນປົວເຊື້ອພະຍາດ ໂຄວິດ-19, ອັນໄດ້ເຮັດໃຫ້ຫຼາຍປະເທດທຸກຍາກບໍ່ ໄດ້ຊົມໃຊ້.

  ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 13 ມິຖຸນາ (ຕາມເວລາຂອງບ້ານເຮົາ), ຍອດຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກແມ່ນ 7.732.485 ກໍລະນີ, ໃນນັ້ນມີ 428.236 ກໍລະນີເສຍຊີວິດຈໍານວນຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີແມ່ນ 3.956. 272 ກໍລະນີ.

------

ໜັງສືພິມເສດຖະກິດ-ສັງຄົມ