ແຕ່ງຕັ້ງ ທ່ານ ຫຸມພັນ ຄອນສະຫວັດ ເປັນອໍານວຍການວິທະຍາໄລຄູຫຼວງພະບາງ

 ພິທີມອບ-ຮັບໜ້າທີ່ຜູ້ອຳນວຍການວິທະຍາໄລຄູຫຼວງພະບາງລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ໄດ້ຈັດຂຶ້ນວັນທີ 11 ມິຖຸນາ 2020 ທີ່ຫ້ອງປະຊຸມວິທະຍາໄລຄູໂດຍມີທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ,ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງໆຫຼວງພະບາງ, ມີຄະນະອຳນວຍການ, ຕາງໜ້າກົມ, ພາກ ສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ພ້ອມດ້ວຍພະນັກງານພາຍໃນວິທະຍາໄລຄູເຂົ້າຮ່ວມ.

  ຕາງໜ້າກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະກີລາໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະກີລາສະບັບເລກທີ 8432/ສສກ ລົງວັນ 5 ທັນວາ 2019ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກພັກການເພື່ອຮັບອຸດໜູນເບ້ຍບຳນານລັດຖະມົນຕີກະຊວງສຶກສາຕົກລົງເຫັນດີໃຫ້ທ່ານ ບຸນສຸວັນ ລັດຕະນາ ອໍານວຍການວິທະຍາໄລຄູຫຼວງພະບາງອອກພັກຜ່ອນຮັບອຸດໜູນເບ້ຍບຳນານພາຍຫຼັງຮອດອາຍຸກະສຽນຕາມບຽບກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ຜ່ານຂໍ້ຕົກຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາເລກທີ 1409/ສສກ ລົງວັນທີ 28 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານວິທະຍາໄລຄູຫຼວງ ພະບາງ, ລັດຖະມົນຕີກະຊວງສຶກສາທິການ ແລະກີລາຕົກລົງເຫັນດີອະນຸມັດແຕ່ງຕັ້ງທ່ານ ຫຸມພັນ ຄອນສະຫວັດ ຮອງຜູ້ອຳນວຍການຂຶ້ນເປັນອຳນວຍການວິທະຍາໄລຄູ ຫຼວງພະບາງຜູ້ໃໝ່ ແລະຜ່ານຂໍ້ຕົກລົງລັດຖະມົນຕີກະຊວງສຶກສາທິ ການ ແລະກີລາລົງວັນທີ 1093/ ສສກ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານວິທະຍາໄລຄູຫຼວງພະບາງ, ເຫັນດີຕົກລົງແຕ່ງຕັ້ງທ່ານ ອານຸສິດ ມະໂນສານ ຫົວໜ້າຫ້ອງການວິທະຍາໄລຄູຂຶ້ນເປັນຮອງຜູ້ອຳນວຍການວິທະຍາໄລຄູຫຼວງພະບາງ.

  ຈາກນັ້ນ ທ່ານ ບຸນສຸວັນ ລັດຕະນາ ຜູ້ອຳນວຍການວິທະຍາໄລຄູຫຼວງພະບາງ (ຜູ້ເກົ່າ) ກໍຂຶ້ນຜ່ານຜົນງານການເຄື່ອນໄຫວໃນໄລຍະທີ່ຕົນໄດ້ດຳລົງຕໍາແໜ່ງໂດຍໄດ້ ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ຫຼາຍດ້ານ ແລະຂໍ້ຄົງຄ້າງບາງບັນຫາ, ພ້ອມທັງກ່າວລາໜ້າທີ່ ແລະ ເຊັ່ນບົດບັນທຶກການມອບ-ຮັບໜ້າ ທີ່ວຽກງານໃຫ້ຜູ້ໃໝ່ສຶບຕໍ່ຊີ້ນໍາ-ນຳພາຕໍ່ໄປ, ພ້ອມຮັບໃບຍ້ອງຍໍຜົນງານດີເດັ່ນຈາກກະຊວງສຶກສາທິການ ແລະກີລາໂດຍຊ່ອງໜ້າຄະນະປະທານ, ແຂກທີ່ຖືກເຊີນຢ່າງເປັນທາງການ.

  ຈາກນັ້ນທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທີການ ແລະກີລາກໍໄດ້ມີຄໍາໂອ້ລົມໃຫ້ຄໍາເນາະນໍາຫຼາຍບັນຫາກ່ອນອື່ນທ່ານໄດ້ສະແດງຄວາມ ຢ້ຽມ ຢາມຖາມຂ່າວອັນອົບອຸ່ນ ແລະຍ້ອງຍໍຜົນງານອັນພົ້ນເດັ່ນຂອງວິທະຍາໄລຄູຫຼວງພະບາງທີ່ຍາດມາໄດ້ໃນຜ່ານມາພ້ອມເນັ້ນໜັກໃຫ້ຜູ້ຮັບໜ້າທີ່ດຳລົງຕໍາແໜ່ງໃໝ່ສືບຕໍ່ໃນການປັບປຸງແຜນການຮຽນ-ການສອນສ້າງຊັບພະຍາກອນມະນຸດ,ຫຼັກການຮຽນ-ສອນ ຕ້ອງຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ, ການເປັນຄູຕົວແບບ, ວຽກງານບໍລິຫານ, ວຽກງານບຸກຄະລາກອນ, ວິທີການສິດສອນ, ການປະສານງານສາຍຕັ້ງ-ສາຍຂວາງ ແລະຂະແໜງການທີ່ກ່ຽວຂ້ອງຕາມຫຼັກການຂອງກະຊວງສຶກສາທິການ ແລະກີລາວາງອອກໃຫ້ໄດ້ຮັບຜົນດີກວ່າເກົ່າ.

______________

ໜັງສືພິມເສດຖະກິດ-ສັງຄົມ