ມຂ ສະຫວັນນະເຂດ ມອບບັດສະມາຊິກພັກສົມບູນ

  ເມື່ອບໍ່ດົນມານີ້ ມຂ ສະຫວັນນະເຂດ ໄດ້ພິທີມອບບັດສະມາຊິກພັກສົມບູນໃຫ້ແກ່ສະມາຊິກພັກທີ່ມີມາດຖານເງື່ອນຄົບຖ້ວນທີ່ສັງກັດຢູ່ 2 ໜ່ວຍພັກຂຶ້ນກັບຮາກຖານພັກມະຫາວິທະຍາໄລສະຫວັນນະເຂດໃຫ້ກຽດການເຂົ້າຮ່ວມຂອງທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງປະທານກວດກາພັກແຂວງ, ທ່ານ ສຸລິຍົງ ໄຊໂກສີ ເລຂາຄະນະພັກຮາກຖານອະທິການບໍດີມະຫາວິທະຍາໄລສະຫວັນນເຂດພ້ອມດ້ວຍບັນດາສະມາຊິກພັກ, ບັນດາເລຂາໜ່ວຍພັກອ້ອມຂ້າງກໍໄດ້ເຂົ້າຮ່ວມ.

  ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ກ່າວວ່າ: ການມອບບັດສະມາຊິກພັກສົມບູນ ຫຼືບັດແດງນີ້ແມ່ນໝາຍເຖິງຖານະນາມຂອງສະມາຊິກຜູ້ທີ່ດີເດັ່ນ, ສະມາຊິກພັກຜູ້ ທີ່ມີເງື່ອນໄຂຄົບຖ້ວນສົມບູນທັງເປັນແບບຢ່າງໃນການນຳພາຮອບດ້ານ ແລະເປັນການເພີ່ມທະວີໃນການປົກປ້ອງພັກ, ເຮັດໃຫ້ເກີດຄວາມສາມັກຄີໃນບັນດາສະມາຊິກພັກ ແລະບັດແດງກໍສາມາດໃຊ້ເປັນບັດປະຊາມະຕິໃນກອງປະຊຸມພັກຂັ້ນຕ່າງໆໄດ້.

  ສໍາລັບສະມາຊິກພັກສົມບູນທີ່ໄດ້ຮັບບັດແດງໃນຄັ້ງນີ້ມີຈຳນວນ 16 ສະຫາຍທີ່ສັງກັດຢູ່ໜ່ວຍພັກສຳນັກງານອະທິການບໍດີ ແລະໜ່ວຍພັກວິທະຍາສາດທຳມະຊາດ.

_____________

ໜັງສືພິມເສດຖະກິດ-ສັງຄົມ