ເຈົ້າເມືອງໄຊຍະບູລີ ຊຸກຍູ້ວຽກການສືກສາ ຢູ່ບັນດາໂຮງຮຽນພາຍໃນເມືອງ

   ວັນທີ 9 ມິຖຸນາ ຜ່ານມາທ່ານ ບຸນແທນ ທີແກ້ວ ເລຂາພັກເມືອງເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານການສືກສາຢູ່ໂຮງຮຽນ ມສ ພັດທະນາ, ໂຮງຮຽນ ມສ ເອກະພາບ ແລະໂຮງຮຽນ ມສ ນາຕາກ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຜູ້ອຳນວຍການໂຮງຮຽນທັງ 3 ແຫ່ງ ພ້ອມດ້ວຍຄູອາຈານພາຍໃນໂຮງ ຮຽນດັ່ງກ່າວ.

   ໃນໂອກາດທີ່ລົງຊຸກຍູ້ຄັ້ງນີ້ທ່ານເຈົ້າເມືອງໄຊຍະບູລີກໍໄດ້ເນັ້ນໜັກໃຫ້ແຕ່ລະໂຮງຮຽນເອົາໃສ່ໃນການຈັດສັນລະບຽບການຮຽນ-ການສອນເປັນຕົ້ນແມ່ນການຮັກສາໄລ ຍະຫ່າງຂອງແຕ່ລະໂຕະນັກຮຽນ, ນັກຮຽນແຕ່ລະຄົນຕ້ອງໃສ່ຜ້າອັດປາກ, ມີການລ້າງມືດ້ວຍສະບູ ຫຼືເຈວ, ມີການວັດແທກອຸນຫະພຸມໃຫ້ແຕ່ລະຄົນ, ພ້ອມນີ້ການ ຮຽນ-ການສອນຕ້ອງເອົາໃຈໃສ່ໃຫ້ສອນຄົບຕາມຫຼັກສູດທີ່ກະຊວງສືກສາທິການ ແລະກີລາວາງອອກ.

  ໃນໂອກາດດຽວກັນນີ້ທ່ານເຈົ້າ ເມືອງໄຊຍະບູລີຍັງ ໄດ້ມອບຕັ່ງຢາງຈຳນວນ 50 ໜ່ວຍມູນຄ່າ 1,4 ລ້ານກີບ ໃຫ້ໂຮງຮຽນ ມສ ນາຕາກເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນຕື່ມອີກ.

____________

ໜັງສືພິມເສດຖະກິດ-ສັງຄົມ