ຮູບເງົາເລື່ອງ ເຈມບອນ ມີລູກສາວໃນພາກ 25

 ຄອງຕົວເປັນໜຸ່ມໂສດ ແລະປ່ຽນໜ້າສາວຂ້າງກາຍມາ ທຸກພາກແຕ່ຫຼ້າສຸດມີຂ່າວລືກັນວ່າສາຍລັບ 007 ຈະມີລູກສາວ ໃນພາກທີ 25 No Time to Die ຫຼັງມີຕາຕະລາງຖ່າຍທໍາຂອງທີມ ງາມ ແລະນັກສະແດງຫຼຸດອອກມາໃນເວັບຂາຍເຄື່ອງ eBay .

  ໂດຍໃນຕະຕະລາງຖ່າຍທຳຮູບເງົາທີ່ຖ່າຍທຳໃນອີຕາລີເມື່ອທ້າຍປີກ່ອນມີບັນຍາຍໄວ້ວ່າຄົນຮັກຂອງເຈມບອນຊື່ວ່າ Made leineSwann ແລະລູກສາວຊື່ວ່າ Ma thilde ປອດໄພດີຂະນະທີ່ສື່ TheMirror ເປີດເຜີຍວ່າການໃຫ້ສາຍລັບ 007 ກາຍເປັນພໍ່ຄົນຈະຊ່ວຍ ໃຫ້ສາມາດພັດທະນາເລື່ອງລາວ ໃຫ້ເຂັ້ມຂຸ້ນໄປກວ່າເກົ່ານັ້ນເອງສ່ວນຈະຈິງ ຫຼື ບໍ່ຕ້ອງລໍຖ້າພິສູດກັນໃນໂຮງຮູບເງົາໃນວັນທີ່ 12 ພະຈິກ ປີ 2020 ນີ້.

---------

ໜັງສືພິມເສດຖະກິດ-ສັງຄົມ