ວິທີເຮັດ ຊົ້ວຂີ້ເຫຼົ້າອາຫານຂອງປະຊາຊົນທາງພາກໃຕ້

  ຊົ້ວຂີ້ເຫຼົ້າເປັນອາຫານກິນຫຼິ້ນຂອງປະຊາຊົນທາງພາກໃຕ້ໂດຍສະເພາະກໍແມ່ນສາລະວັນ, ຈໍາປາສັກ, ເຊກອງ ແລະອັດຕະປື ສ່ວນປະກອບຫຼັກໆຂອງຊົ້ວຂີ້ເຫຼົ້າແມ່ນຈະໄດ້ມາຈາກການຕົ້ມເຫຼົ້າຂາວໂດຍຈະນໍາເອົານໍ້າເຂົ້າໜຽວທີ່ເຫຼືອຈາກການຕົ້ມເຫຼົ້າມາກ່ອງເອົາແຕ່ນໍ້າສີຂາວທີ່ມີລົດຊາດສົ້ມໆ ແລະຫອມກິ່ນເຂົ້າໜຽວ, ສໍາລັບວິທີເຮັດແມ່ນແຕກຕ່າງກັນໄປຕາມແຕ່ລະເຂດ ແລະວັດຖຸດິບທີ່ຫາໄດ້ມື້ນີ້ເຮົາຈະມາແຈກສູດສໍາລັບຄົນທີ່ຢາກຈະລອງເຮັດກິນມາຝາກກັນ.

  ເຄື່ອງທີ່ຕ້ອງກຽມ: ຂີ້ເຫຼົ້າ ຂາວທີ່ຕົ້ມແລ້ວ (ປະໃຫ້ເຢັນ), ໝາກຫຸ່ງຟັກເປັນເສັ້ນໆໝາກຖົ່ວ ຊອຍ, ຜັກຊີ, ໝາກເຜັດສຸກ, ຫອມ ລາບ, ຫອມປ້ອມ, ປາແກ້ວນ້ອຍ (ສຸກແລ້ວ) ເຂົ້າຂົ້ວ, ໝາກເຜັດ ປົ່ນ.

  ວິທີເຮັດນໍ້າຂີ້ເຫຼົ້າ: ເອົາຂີ້ເຫຼົ້າ ຂາວທີ່ກຽມໄວ້ມາປະສົມກັບເຂົ້າຂົ້ວ, ປາແດກ, ເກືອ, ແປ້ງນົວ (ຕາມໃຈມັກ) ປະສົມສ່ວນປະກອບທັງໝົດໃຫ້ເຂົ້າກັນດີຫຼັງຈາກນັ້ນເອົາເຫຍື່ອທີ່ກຽມໄວ້ລົງໄປປະສົມທັງ 2 ສ່ວນເຂົ້າກັນແລ້ວຊິມລົດຊາດຕາມໃຈມັກ.

___________

ຮຽບຮຽງໂດຍ: ຟ້າ