ສປຊ ເຕືອນອາກາດໂລກຢູ່ໃນໄລຍະທົດສະວັດ ທີ່ຮ້ອນທີ່ສຸດ

   ຕາມການລາຍງານວິເຄາະຂອງສະຫະປະຊາຊາດ (ສປຊ) ເຕືອນວ່າ ສະພາບອາກາດໂລກໃນໄລຍະ 4 ປີທີ່ຜ່ານມາ ຮ້ອນທີ່ສຸດ ແລະຖ້າຫາກປ່ອຍໃຫ້ເປັນແບບນີ້ຕໍ່ໄປທົດສະວັດປະຈຸບັນຈະເປັນໄລຍະເວລາທີ່ໂລກຮ້ອນທີ່ສຸດເມື່ອທຽບກັບຍຸກກ່ອນປະຕິວັດອຸດສາຫະກໍາ.

   ຕາມແຫຼ່ງຂ່າວຈາກສະວິດລາຍງານໃນທ້າຍອາທິດທີ່ຜ່ານມາວ່າ ກົມອຸຕຸນິຍົມວິທະຍາໂລກ (ດັບເບີລ ຢູເອັມໂອ) ເປັນອົງການຄົ້ນຄວ້າພິເສດດ້ານສະພາບອາກາດໃນໂລກຂອງສະຫະປະຊາຊາດ (ສປຊ) ລາຍງານວ່າ: ໃນໄລຍະ 10 ປີຜ່ານມາ, ອຸນຫະພູມອາກາດໃນໂລກໄດ້ເພີ່ມສູງຂຶ້ນ, ໂດຍສະເພາະປີກາຍນີ້ອຸນຫະພູມສະເລ່ຍໃນທົ່ວໂລກມີຄວາມຮ້ອນສູງເຖິງ 1 ອົງສາເຊ ເມື່ອທຽບໃສ່ຍຸກກ່ອນປະຕິວັດອຸດສາຫະກຳ ແລະຖ້າຫາກສະຖານະການຍັງສືບຕໍ່ມີທ່າອຽງເຊັ່ນນີ້ຄາດວ່າ ອຸນຫະພູມຂອງໂລກຈະເພີ່ມສູງຂຶ້ນ 1,5 ອົງສາເຊຕໍ່ປີ ພາຍໃນໄລຍະເວລາອີກ 5 ປີຕໍ່ໜ້າ.

   ຂະນະດຽວກັນໃນ ໄລຍະເວລາລະຫວ່າງປີ 2014-2022 ຈະເປັນທົດສະວັດທີ່ສະພາບອາກາດໂລກຮ້ອນທີ່ສຸດນັບຕັ້ງແຕ່ (ດັບເບິລ ຢູເອັມໂອ) ເລີ່ມວິເຄາະອຸນຫະພູມໂລກຕັ້ງແຕ່ປີ 1807 ເປັນຕົ້ນມາໂດຍປີ 2016 ຍັງຄອງສະຖິຕິເປັນປີທີ່ຮ້ອນທີ່ສຸດໃນຮອບທົດສະວັດນີ້ ເນື່ອງຈາກປາກົດການເອລນີ ໂຍມີຄວາມຮຸນແຮງຫຼາຍຮອງລົງມາແມ່ນປີ 2015, 2017 ແລະ 2018.