ສະຫະພັນນັກຮົບເກົ່າແຂວງສາລະວັນສໍາເລັດກອງປະຊຸມໃຫຍ່

  ກອງປະຊຸມໃຫຍ່ຜູ້ແທນຂອງສະຫະພັນນັກຮົບເກົ່າແຂວງສາລະວັນຄັ້ງທີ IV ໄດ້ໄຂຂຶ້ນ ແລະອັດລົງໃນວັນທີ 5 ມິຖຸນາ 2020 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໂດຍການເປັນປະທານຂອງ ສະຫາຍ ພົວສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ, ຫົວ ໜ້າຄະນະຈັດຕັ້ງແຂວງສາລະວັນ, ສະຫາຍ ນາງ ບຸນທະວີ ດວງລາສີ ຄະນະປະຈໍາພັກແຂວງ, ປະທານສະຫະພັນແມ່ຍິງ ແຂວງ, ມີບັນດາສະຫາຍປະທານສະຫະ ພັນນັກຮົບເກົ່າແຂວງ-ເມືອງ ແລະຜູ້ແທນສົມບູນ, ພະນັກງານປະຕິວັດອາວຸໂສ-ບໍານານ ແລະແຂກຖືກເຊີນເຂົ້າຮ່ວມ.

  ສະຫາຍ ພັທ ບຸນຖອງ ແກ້ວສຸມົນທາ ຮອງປະທານສະຫະພັນນັກຮົບເກົ່າແຂວງໃຫ້ກຽດຂຶ້ນຜ່ານ ບົດລາຍງານການເມືອງທັງສອງພາກໂດຍໄດ້ຍົກໃຫ້ເຫັນຜົນສຳ ເລັດຫຼາຍດ້ານໃນໄລຍະຜ່ານມາຊຶ່ງມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ພ້ອມກັນນັ້ນບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳ ຄິດ-ຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການຊີ້ໍາ-ນໍາພາຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ສະໄໝທີ III ໃນໄລຍະ 5 ປີ, ແລະ ທິດທາງໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ໃນ 5 ປີຕໍ່ໜ້າ.

  ນອກນັ້ນກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາສະຫາຍ ພັທ ສໍາລີ ໂພທິສານ ເປັນປະທານສະຫະພັນນັກຮົບເກົ່າແຂວງສາລະວັນ, ສະຫາຍ ພັຕ ບົວແກ້ວ ລິນທາສອນ ເປັນຮອງປະທານທັງເປັນປະທານກວດກາ, ສະຫາຍ ພັທ ພູວັນ ລົດຈານາ ເປັນຮອງປະທານ, ສະຫາຍ ຮທ ນາງ ສົມໃຈ ສຸກສະໄໝ ເປັນຮອງປະທານກວດກາ ແລະ 8 ສະຫາຍເປັນ ກໍາມະການຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງສະໄໝທີ IV ລົງເປັນປະທານສະຫະພັນນັກຮົບເກົ່າ 8 ຕົວເມືອງ.

____________

ຂຽນໂດຍ: ກິນດາວັນ     

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ