ຫວຽດນາມ ອາດກາຍເປັນຜູ້ສົ່ງອອກເຂົ້າ ແຖວໜ້າຂອງໂລກ

ທ່ານ ເຈິ່ນ ຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສສ ຫວຽດນາມ ກ່າວຫວ່າງມໍ່ໆມານີ້ວ່າ ຫວຽດນາມອາດສາມາດກາຍເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກໃນປີ 2020.

    ຕາມຂ່າວສານຫວຽດນາມລາຍງານວ່າ ຕາມຕົວເລກຂອງກະຊວງອຸດສາຫະກຳການຄ້າຫວຽດນາມລະບຸວ່າ ໃນ 5 ເດືອນຕົ້ນປີ 2020 ນີ້ ຫວຽດນາມ ສົ່ງອອກເຂົ້າສານໄດ້ກວ່າ 3 ລ້ານໂຕນ, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນສົ່ງອອກບັນລຸ 1,48 ຕື້ໂດລາສະຫະລັດ, ຊຶ່ງຟິລິບປິນແມ່ນປະເທດນຳໜ້າໃນການນຳ ເຂົ້າເຂົ້າສານຈາກຫວຽດນາມ ດ້ວຍມູນຄ່າກວ່າ 400 ລ້ານໂດລາ, ນອກ ນັ້ນ, ມີຕະຫຼາດຫຼາຍແຫ່ງກໍ່ໄດ້ຮັບການເຕີບໂຕຢ່າງແຮງຄື: ໄຕ້ຫວັນ (ຈີນ), ສປ ຈີນ, ອິນໂດເນເຊຍ ແລະການາ, ໃນໄລຍະ 5 ເດືອນຕົ້ນ ປີ, ລາຄາສົ່ງອອກເຂົ້າສານຂອງຫວຽດນາມໄດ້ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ລາຄາເຂົ້າສານສະເລ່ຍແມ່ນ 485 ໂດລາຕໍ່ໂຕນ.

  ກະຊວງອຸດສາຫະກຳຫວຽດນາມໃຫ້ຂໍ້ສັງເກດວ່າ: ດ້ວຍລາຄາແກ່ງ ແຍ້ງຄືໃນປະຈຸບັນຫວຽດນາມມີກາລະໂອກາດທີ່ໃຫຍ່ຫຼວງເພື່ອລື່ນກາຍ ປະເທດໄທໃນການສົ່ງອອກເຂົ້າສານທົ່ວໂລກໃນປີ 2020.

---------

ໜັງສືພິມເສດຖະກ-ສັງຄົມ