ເຟດປະກາດຊື້ຮຸ້ນກູ້ 7,5 ຕື້ໂດລາ

    ວັນທີ 16 ມິຖຸນາທີ່ຜ່ານ ມາ ເຟດປະກາດຊື້ຮຸ້ນກູ້ເອກະຊົນເພີ່ມ 7,5 ຕື້ໂດລາສະຫະລັດ ສະໜັບສະໜູນສະພາບຄ່ອງຕະຫຼາດອາເມລິກາ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ທະນາຄານກາງອາເມລິກາ (ເຟດ) ປະກາດຂະຫຍາຍ ໂຄງການ Secondary Market Corporate Credit Facility ຊຶ່ງຈະສາມາດຊື້ຮຸ້ນກູ້ຂອງຂະແໜງເອກະຊົນໄດ້ເປັນມູນຄ່າເຖິງ 7,5 ຕື້ໂດລາ ເພື່ອສະໜັບສະໜູນ ສະພາບຄ່ອງໃນຕະຫຼາດອາເມລິກາ ແລະຈັດຫາສິນເຊື່ອໃຫ້ກັບບໍລິ ສັດຂະໜາດໃຫຍ່ ຊຶ່ງໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເຟດປະກາດວ່າຈະເພີ່ມການຊື້ຫຸ້ນ ກູ້ເອກະຊົນໃນຕະຫຼາດ ຊຶ່ງເຫຼືອ ກຳນົດອາຍຸໄຖ່ຖອນ 5 ປີ ຫຼື ໜ້ອຍກວ່າຮ່ວມກັບການຊື້ກອງທຶນ ETF ທີ່ເຟດດຳເນີນການເຂົ້າຊື້ຢູ່ ແລ້ວ ໂດຍມີເປົ້າໝາຍເພື່ອສ້າງການລົງທຶນໃນຮຸ້ນກູ້ທີ່ອິງກັບດັດຊະນີ ຕະຫຼາດຮຸ້ນກູ້ເອກະຊົນຂອງອາ ເມລິກາທີ່ຫຼາກຫຼາຍ ແລະຄວບຄຸມ ໃນວົງກວ້າງ.

ຢ່າງໃດກໍຕາມ ເຟດ ປະກາດດຳເນີນໂຄງການດັ່ງກ່າວເປັນເທື່ອທຳອິດໃນວັນທີ 23 ມີນາທີ່ຜ່ານມາ ເພື່ອຊ່ວຍບັນເທົາຜົນກະທົບໃນຕະຫຼາດການເງິນທີ່ເກີດຈາກແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

--------

ໜັງສືພິມເສດຖະກິດ-ສັງຄົມ